ວິ​ສາ​ຫະ​ກິດ​ຄວນ​ປັບ​ປຸງ​ກ​ຳ​ລັງຄວາມ​ສາ​ມາດ​ໃນ​ການ​ແກ່ງແຍ້ງ​ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ RCEP

(VOVWORLD) - ການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ລະຫວ່າງ ອາຊຽນ ແລະ 6 ປະເທດຄູ່ຮ່ວມມື (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ) ເລີ່ມຕົ້ນແຕ່ປີ 2013 ແລະ ປັດຈຸບັນພວມເຂົ້າສູ່ໄລຍະສຸດທ້າຍແລ້ວ. ຢູ່ ຫວຽດນາມ, ຄະນະເຈລະຈາ RCEP ພວມດຳເນີນການທາບທາມຄຳເຫັນສຸດທ້າຍເພື່ອຮັບເອົາຄວາມຄິດເຫັນຈາກບັນດາວິສາຫະກິດພາຍໃນປະເທດ.
ວິ​ສາ​ຫະ​ກິດ​ຄວນ​ປັບ​ປຸງ​ກ​ຳ​ລັງຄວາມ​ສາ​ມາດ​ໃນ​ການ​ແກ່ງແຍ້ງ​ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ RCEP - ảnh 1ກອງປະຊຸມສຳມະນາ  ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP)

ວັນທີ 23 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໄດ້ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຈັດຕັ້ງກອງປະຊຸມສຳມະນາ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ອາຊຽນ + 6: ສະພາບການເຈລະຈາ ແລະ ບັນດາບັນຫາທີ່ວິສາຫະກິດຕ້ອງເອົາໃຈໃສ່”, ເພື່ອແນໃສ່ອັບເດັດບັນດາຂໍ້ມູນຂ່າວສານກ່ຽວກັບວິວັດທະນາການ ແລະ ທ່າອ່ຽງການເຈລະຈາ RCEP, ພ້ອມທັງຮັບຮູ້ບັນດາການປະກອບສ່ວນ, ຂໍ້ສະເໜີແນະຂອງວິສາຫະກິດ ກ່ຽວກັບບັນດາບັນຫາ, ຂົງເຂດຢ່າງລະອຽດເຊິ່ງວິສາຫະກິດມີຄວາມສົນໃຈ ແລະ ມີຜົນປະໂຫຍດໃນ RCEP.

        ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການ ສູນ WTO  ແລະ ເຊື່ອມໂຍງ (ຂຶ້ນກັບ VCCI) ໃຫ້ຮູ້ວ່າ:

      “ໃນຕະຫຼາດ RCEP, ມີກາລະໂອກາດອັນໃຫຍ່ຫຼວງດ້ວຍຕະຫຼາດທີ່ກ້ວາງໃຫຍ່, ບໍ່ແມ່ນວ່າລູກຄ້າຜູ້ໃດກໍ່ມີຄວາມຮຽກຮ້ອງຕ້ອງການສູງເກີນໄປກ່ຽວກັບຄຸນນະພາບສິນຄ້າ, ດັ່ງນັ້ນສິ່ງນີ້ອາດຈະເໝາະສົມກັບວິສາຫະກິດ ຫວຽດນາມ ຫຼາຍແຫ່ງພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ຢູ່ RCEP ພັດມີ ຄູ່ແຂ່ງແກ່ງແຍ່ງກັບວິສາຫະກິດ ຫວຽດນາມຫຼາຍທີ່ສຸດ, ບັນດາປະເທດທີ່ມີໂຄງປະກອບການຜະລິດຄືກັບ ຫວຽດນາມ ແລະ ເຂົາເຈົ້າກໍ່ພວມມີການແກ່ງແຍ້ງຢ່າງແຮງກັບ ພວກເຮົາ. ເພາະສະນັ້ນ, ສຳລັບ RCEP, ວິສາຫະກິດຕ້ອງເຮັດແນວໃດເພື່ອປັບປຸງກຳລັງຄວາມສາມາດໃນການແກ່ງແຍ້ງຂອງສິນຄ້າ ຫວຽດນາມ ເພື່ອສາມາດແກ່ງແຍ້ງກັບບັນດາຄູ່ແຂ່ງໂດຍກົງນີ້”

ຕອບກັບ

ຂ່າວ/ບົດ​ອື່ນ