ວິສາຫະກິດທ່ອງທ່ຽວອຸທິດສ່ວນເພື່ອບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 13 ລ້ານຄົນ

(VOVWORLD) - ວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ “ວິສາຫະກິດທ່ອງທ່ຽວປີ 2017”
ວິສາຫະກິດທ່ອງທ່ຽວອຸທິດສ່ວນເພື່ອບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 13 ລ້ານຄົນ - ảnh 1(ພາບປະກອບ) 

ດ້ວຍເປົ້າໝາຍຊອກຫາມາດຕະການຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດດ້ານການທ່ອງທ່ຽວໃນໄລຍະຈະມາເຖິງ, ຊ່ວຍໃຫ້ຂະແໜງທ່ອງທ່ຽວຂອງ ຫວຽດນາມ ບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 13 ລ້ານຄົນ ໃນປີ 2017.

        ໄລຍະຜ່ານມາ, ທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງທີ່ປະກອບສ່ວນສຳຄັນຊ່ວຍໃຫ້ການເຕີບໂຕຂອງເສດຖະກິດ ໄຕມາດ III ເພີ່ມຂຶ້ນສູງ.

        ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮິ່ງວິ້ງອ້າຍ ຖືວ່າ ຂະແໜງທ່ອງທ່ຽວຕ້ອງຮັບປະກັນລະດັບເຕີບໂຕຂອງນັກທ່ອງທ່ຽວຕ່າງປະເທດຕ່ຳສຸດແມ່ນ 30%, ດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 13 ລ້ານຄົນ ໃນປີ 2017.

        ທີ່ກອງປະຊຸມ “ວິສາຫະກິດທ່ອງທ່ຽວ 2017”, ມີຜູ້ແທນຫຼາຍທ່ານ ຖືວ່າ ຄວນມີມາດຕະການຢ່າງລະອຽດເພື່ອຮັກສາລະດັບການພັດທະນາຂອງຕະຫຼາດນັກທ່ອງທ່ຽວຕ່າງປະເທດ ມາຫວຽດນາມ, ບັນລຸຄາດໝາຍການເຕີບໂຕທີ່ລັດຖະບານໄດ້ມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ