ວິສາຫະກິດຫວຽດນາມຕອບສະໜອງບັນດາການເຄື່ອນໄຫວໃນສັບປະດາຂັ້ນສູງ APEC

(VOVWORLD) -ຕອນເຊົ້າວັນທີ 09 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ຈັດກອງປະຊຸມຂ່າວ ແນະນຳກ່ຽວກັບບັນດາເຫດການໃນສັບປະດາຂັ້ນສູງ APEC ຫວຽດນາມ 2017.

ວິສາຫະກິດຫວຽດນາມຕອບສະໜອງບັນດາການເຄື່ອນໄຫວໃນສັບປະດາຂັ້ນສູງ APEC - ảnh 1 ທີ່ກອງປະຊຸມຂ່າວ

(ພາບ: baodautu.vn)

ທ່ານ ວູຕ໋ຽນໂລກ, ປະທານ VCCI ໄດ້ອັບເດັດສະພາບການກະກຽມການຈັດຕັ້ງເຫດການຂອງວິສາຫະກິດທີ່ APEC 2017 ໂດຍ VCCI ເປັນເຈົ້າການຈັດຕັ້ງ. ຕາມນັ້ນແລ້ວ, ໃນຂອບເຂດດຳເນີນສັບປະດາ APEC ຫວຽດນາມ 2017 ຢູ່ດ່ານັ້ງ ໃນເດືອນພະຈິກ 2017, ບັນດາກອງປະຊຸມລວມມີ: ກອງປະຊຸມສະພາທີ່ປຶກສາດຳເນີນທຸລະກິດ APEC (ABAC) ຄັ້ງທີ 4; ກອງປະຊຸມສຸດຍອດດຳເນີນທຸລະກິດ APEC ຫວຽດນາມ; ກອງປະຊຸມສຸດຍອດວິສາຫະກິດ APEC ແລະ ເຈລະຈາລະຫວ່າງ ABAC ກັບການນຳ APEC…

        ຕາມທ່ານ ວູຕ໋ຽນໂລກ ແລ້ວ, ກອງປະຊຸມສຸດຍອດ APEC ແລະ ເຈລະຈາລະຫວ່າງ ABAC ກັບການນຳບັນດາພື້ນຖານເສດຖະກິດ APEC ແມ່ນ 2 ເຫດການຖືກຈັດຕັ້ງປະຈຳປີຂອງ APEC. ນອກນັ້ນ, ທີ່ APEC 2017 ຍັງດຳເນີນບັນດາເຫດການເຊິ່ງແມ່ນຂໍ້ລິເລີ່ມຂອງຫວຽດນາມ ລວມມີ: ກອງປະຊຸມສຸດຍອດດຳເນີນທຸລະກິດ APEC ຫວຽດນາມ ແລະ ເວທີປາໄສເລີ່ມທຸລະກິດ APEC.

ຕອບກັບ

ຂ່າວ/ບົດ​ອື່ນ