ວິສາຫະກິດຫວຽດນາມພ້ອມແລ້ວທ່ີຈະແຊກຊຶມເຂົ້າຕະຫຼາດພັນທະມິດເສດຖະກິດອາຊີ-ເອີລົບ

ວິສາຫະກິດຫວຽດນາມພ້ອມແລ້ວທ່ີຈະແຊກຊຶມເຂົ້າຕະຫຼາດພັນທະມິດເສດຖະກິດອາຊີ-ເອີລົບ - ảnh 1
(ພາບປະກອບ)

​​(vovworld) – “ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ພັດ​ທະ​ມິດ​ເສດຖະກິດ​ອາຊີ - ​ເອີ​ລົບ, ​ເນື້​ອ​ໃນ​ຄ​ຳໝັ້ນ​ສັນຍາ​ທະ​ທົບ​ເຖິ​ງວິ​ສາ​ຫະກິດ”, ​ແມ່ນ​ຊື່​ຂອງ​ກອງ​ປະຊຸມ​ສຳ​ມາ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 07/07, ຢູ່​ຮ່າ​ໂນ້ຍ. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທຳ​ອິດ​ຂອງ​ພັນທະ​ມິດ​ເສດຖະກິ​ດອາຊີ - ​ເອີ​ລົບ. ​ເລື່ອງ​ສັນຍາ​ໄດ້​ຮັບ​ການ​ປະຕິ​ບັດ, ​ແມ່ນ​ບາດ​ລ້ຽວສຳຄັນ ​ເມື່ອ​​ສິນຄ້າ​ຂອງ​ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ທີ່​ກວ້າງ​ໃຫຍ່ດ້ວຍ​ພົນລະ​ເມືອງ​ກວ່າ 182 ລ້ານ​ຄົນ. ຕາມສັນຍາ​ດັ່ງກ່າວ, ຕະຫຼາດ​ສິນຄ້າ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ທີ່​ລົງ​ນາມ​ໃນ​ສັນຍາ​​ຈະ​ຢູ່​ໃນ​ສະພາບ​ການໃໝ່, ​ເມື່ອ​ຮົ້ວ​ອາລັກຂາ​​ດ້ານພາສີ​ຖືກຍຸບ​ເລີກ, ​ນີ້ຈະ​ແມ່ນ​ສິ່ງທ້າ​ທາຍ​ສຳລັບ​ວິ​ສາ​ຫະກິດ​ຫວຽດນາມ ຍ້ອນ​ຂອບ​ຂະໜາດ​ຂອງ​ວິ​ສາ​ຫະກິດ​ຍັງນ້ອຍຢູ່ ​ແລະ ຖືກ​ຈຳ​ກັດ​ດ້ານ​ການ​ເງິນ, ​ເຕັກ​​ໂນ​ໂລ​ຊີ. ສະ​ນັ້ນ, ​ເພື່ອ​ນຳ​ໃຊ້​ກາລະ​ໂອກາດ ກໍ່​ຄື​ຜ່ານ​ຜ່າ​​ຮົ້ວ​ກີດຂວາງ​ຈາກ​ສັນຍາ​ດັ່ງ​ກ່າວ, ວິ​ສາ​ຫະກິດ​ຕ້ອງ​ກຳນົດ​ໄດ້​ທ່າ​ແຮງ​ຂອງ​ຕົນ, ກຳນົດ​ໄດ້​ຂະ​ແໜງ​ສິນຄ້າ, ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ… ທ່ານ​ນາງ ດ່າ​ວທູ​ເຮືອງ, ກົມ​ຮ່ວມ​ມື​ສາກົນ, ກະຊວງ​ການ​ເງິນ ​​ຖື​ວ່າ.

      “ວິ​ສາ​ຫະກ​ິດຕ້ອງ​ເປັນ​ເຂົ້າ​ການ​ຊອກຮູ້ບັນດາ​ຜົນ​ປະ​ໂຫຍດ​ໂດຍ FTA ພັນທະ​ມິດ​ເສດຖະກິດ​ອາຊີ - ​ເອີ​ລົບ ນຳ​ມາ​ໃຫ້​ກວ່າ​ອີກ. ຈາກ​ນັ້ນ, ນຳ​ໃຊ້​ບັນດາ​ຜົນ​ປະ​ໂຫຍ​ດນີ້​​ເຂົ້າ​ໃນ​ຍຸດ​ທະ​ສາດ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນໃຫ້​ໄດ້, ​ເພື່ອ​​ກ້າວ​ເຂົ້າ​ສູ່​ຕະຫຼາດ​​ໃໝ່. ສ່ວນ​ບັນດາ​ອົງການ​ນະ​ໂຍບາຍ, ພວກ​ຂ້າພ​ະ​ເຈົ້າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ລາຍການ​​ເຜີ​ຍ​ແຜ່​ບັນດາ​ວິ​ສາ​ຫະກິດ, ​ເພື່ອ​ໃຫ້​ວິ​ສາ​ຫະກິດກຳ​​ໄດ້​ເປັນ​ຢ່າງ​ດີ​ກ່ວາ ​ແລະ ມີ​ຂໍ້​ມູນຂ່າວກ່ຽວ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດ​, ກໍ​ຄື​ຄຳໝັ້ນ​ສັນຍາ​ເປີດ​ປະຕູ​​ເຊິ່ງ FTA ນຳ​ມາ​ໃຫ້”

ຂ່າວ/ບົດ​ອື່ນ