ວິສາຫະກິດຫວຽດນາມມີບົດບາດສຳຄັນໃນການເຊື່ອມໂຍງເຂົ້າກັບສາກົນ

ວິສາຫະກິດຫວຽດນາມມີບົດບາດສຳຄັນໃນການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ພາ​ບ​ປະ​ກອບ

(vovworld) - ຫວຽດ​ນາມ ພວ​ມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ແຮງ. ຄຽງ​ຂ້າງ​ການ​ປະ​ຕິ​ຮູບ​ລະ​ບອບ​ແຫ່ງ​ລັດ, ບັນ​ດາ​ວິ​ສາ​ຫະ​ກິດກໍ່​ຕ້ອງ​ມະ​ນາ​ພະ​ຍາ​ຍາມ, ຍົກ​ສູງ​ກຳ​ລັງ​​ແກ່ງ​ແຍ້ງ​ຂອງ​ຕົນ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ໂດຍ​ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ໃນ​ການ​ຍົກ​ສູງ​​ຄວາມ​ສາ​ມາດ​ແກ່ງ​ແຍ້ງແຫ່ງ​ຊາດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”, ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ ຫວຽດ​ນາມ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 28/11 ຢູ່​ຮ່າ​ໂນ້ຍ. ບັນ​ດາ​ຄຳ​ເຫັນ​ຂອງ​ຜູ້​ແທນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອ​ກະ​ພາບຖື​ວ່າ: ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກ່​ວາ​ອີກ. ປີ 2015, ປະ​ຊ​າ​ຄົມ ອາ​ຊຽນ ຈະ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ. ຫວຽດ​ນາມ ພວມ​ກະ​ກຽມ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ (FTA) ກັບ​ບັນ​ດາ​ຄູ່​ຮ່ວມ​ມືຫຼັກ​ແຫຼ່ງ​ຄື: ອີ​ຢູ, ສ.ເກົາຫຼີ, ສຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ - ເບ​ລາ​ຣຸດ - ກາ​ຢັກ​ສະ​ຖານ, ພ້ອ​ມ​​ທັງ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ຂ້າມ ປາ​ຊີ​ຟິກ (TPP) ແລະ ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ເຂດ ອາ​ຊີ​ຕາ​ເວັນ​ອອກ (FCEP). ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ, ເນັ້​ນ​ໜັກ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ວ່າ:

        “ຮັບ​ຮູ້ສິ່ງ​ດັ່ງ​ກ່​າວຢ່າງ​ຈະ​ແຈ້ງ, ລັດ​ຖະ​ບານ ຫວຽດ​ນາມ ​​ກຳ​ນົດ​ວ່າ​ການປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ ແລະ ຍົກ​ສູງ​ງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ແມ່ນ​ໜ້າ​ທີ່​ຈຸດ​ສຸມຢ່າງສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ, ຢ່າງ​ຕໍ່​ເນື່ອງ ແລະ ເປັນ​ປະ​ຈຳ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ຄຽງ​ຄູ່​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ປັບ​ປຸງ​ບັນ​ດາ​ພື້ນ​ຖານ​ ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງຍາວ​ນານ ຄື​ຫັນ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ທັນ​ສະ​ໄໝ​ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ ​ມາດ​ຕະ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນ​ີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດຄວ​າມ​ແກ່ງ​ແຍ້ງ​ຢ່າງ​ເດັດ​ຂາດ ແລະ ຄົບ​ຊຸດ. ”


ຂ່າວ/ບົດ​ອື່ນ