ວິສາຫະກິດຫວຽດນາມຢູ່ລາວສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ13/10

ວິສາຫະກິດຫວຽດນາມຢູ່ລາວສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ13/10 - ảnh 1
(ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ
​ລັດຖະທູດ ຫວຽດນາມ ປະຈຳ ລາວ)


(vovworld) – ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ນັກທຸລະກິດ​ຫວຽດນາມ 13/10, ຕອນ​ບ່າຍ​ວັນ​ທີ 12/10, ຢູ່​ນະຄອນ​ໂຮ່ຈິມິນ, ​ໄດ້​ຈັດ​ລາຍ​ການ “ວັນ​ບຸນນັກທຸລະກິດ, ວິ​ສາ​ຫະກິດ​ທົ່ວ​ປະ​ເທດ​ປີ 2015”, ດ້ວຍ​ຫົວ​ຂໍ້​ວ່າ “ບັນດາກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ກັບ​ວິ​ສາ​ຫະກິດ​ຫວຽດນາມ”. ກ່າວຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ຫງວຽນທ​້ຽນ​ເຍີ​ນ ຊີ້​ແຈ້ງວ່າ: ຫວຽດນາມ ຫາ​ກໍ​ເຂົ້າ​ຮ່ວມ​ການ​ລົງ​ນາມ​ໃນ​ສັນ​ຍາ TPP ​​ໄດ້ເປີດກາລະ​ໂອກາດພັດທະນາ​ໃຫ້ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ເມື່ອ​ເຊື່ອມ​ໂຍງ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ຕໍ່​ໜ້າ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ສັນຍາ TPP ຄວນ​ສ້າງ​ຕັ້ງ​​ບັນດາ​ກຸ່ມ.
   ແລະກໍໃນຕອນ​ຄ່ຳ​ວັນ​ທີ 12/10, ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ. ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ຮ່ວມ​ມື ​ແລະ ລົງທຶນ​ຢູ່ ລາວ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ນັກທຸລະກິດ ຫວຽດນາມ (13/10/2004 – 13/10/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ຫງວຽນ​ດືກມົ້ກ ປະທານ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ຮ່ວມ​ມື ​ແລະ ລົງທຶນ​ຢູ່ ລາວ ຮຽກຮ້ອງ​ບັນດາ​ນັກທຸລະກິດ ຫວຽດນາມ ພວມ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ​ໃຫ້​ໝັ້ນຄົງ​​ເຂັ້ມ​ແຂງ, ຮ່ວມ​ສຳພັນ​ ເພື່ອກຳ​ແໜ້ນ​ທຸກ​ກາລະ​ໂອກາດ ​ເຊິ່ງປະຊາ​ຄົມ​ເສດຖະກິດ ອາ​ຊຽນ ນຳ​ມາ​ໃຫ້, ​ເປີດ​ກ້ວາງ​​ເຂດ​ຜະລິດ, ດຶງ​ດູດ​ແຫຼ່ງທຶນ ​ແລະ ​ເຕັກ​ໂນ​ໂລ​ຢີ. ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ​ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ພັດທະນາ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ຈະ​ປະກອບສ່ວນ​ປັບປຸງ​ໃຫ້ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ. ທ່ານ​ໃຫ້​ຮູ້​ວ່າ:

        “​ເຊີດ​ຊູ​ບັນດາ​ນັກທຸລະກິດ​ໃນ​​​ວັນ​ນັກທຸລະກິດ ຫວຽດນາມ, ພວກ​ຂ້າພະ​ເຈົ້າກ“ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ນັກທຸລະກິດ​ເສີມ​ຂະຫຍາຍ​ທີ່​ຕັ້ງ​ຂອງ​ຕົນກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ເຂົ້າ​​ໃນສາຍ​ພົວພັນ​ແບບພິ​ເສດ ຫວຽດນາມ - ລາວ ​ຫລາຍ​ກ່ວາ​ອີກ. ​ເຮັດ​ໃຫ້​ເສດຖະກິດ ລາວ ພັດທະນາ, ນັ້ນ​ແມ່ນ​ການ​ປະກອບສ່ວນ​ອັນ​​ລ້ຳ​ຄ່າສຳລັບ​ສາຍ​ພົວພັນ ຫວຽດນາມ - ລາວ. ຂ້າພະ​ເຈົ້າ​ຮຽກຮ້ອງ​ບັນດາ​ນັກທຸລະກິດ​​ຕັ້ງໜ້າ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ເພີ​່ມທະວີ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ”.

      ປະຈຸ​ບັດ ຫວຽດນາມ ແມ່ນ​ໜຶ່ງ​ໃນສາມນັກ​ລົງທຶນ​ຕ່າງປະ​ເທດ​ມີ​ຈຳນວນ​ແຫຼ່ງທຶນ​ໃຫຍ່​ສຸດ​ຢູ່ ລາວ ດ້ວຍ​ເງິນ​ລົງທຶນ​ເກືອບ 4,5 ຕື້​ດົ່ງ.

    ​ເນື່​ອງ​ໃນ​ໂອກາດ​ນີ້, ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ຫວູຕຽນ​​​​ລົກ, ປະທານ​ຫ້ອງ​ການ​ການ​ຄ້າ ​ແລະ ອຸ​ດສາ​ຫະກຳ​ຫວຽດນາມ ​ໃຫ້​ຮູ້​ວ່າ, ປີ 2015 ​ໄດ້​ຮັບ​ການ​ຄັດ​ເລືອກ​​ເປັນ​ປີ​ຂອງວິ​ສາ​ຫະກິດ​ຫວຽດນາມ. ດ້ວຍ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ສຳຄັນ​ທີ່​ໄດ້​ຮັບ​ການ​ລົງ​ນາມ, ​​ໄດ້ເປີດກາລະ​ໂອກາດ​ທີ່​ໃຫຍ່​ຫຼວງ​ໃຫ້​ບັນດາ​ວິ​ສາ​ຫະກິດ ກໍ​ຄື​ວາງ​ອອກ​​ໃຫ້​ເຂົາ​ເຈົ້າບັນດາ​ສິ່ງທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ.

ຂ່າວ/ບົດ​ອື່ນ