ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດຢູ່ຮົ່ງກົງແລະການາດາ

(VOVWORLD) -ມີຮ້ານວາງສະແດງຂອງເກືອບ 40 ວິສາຫະກິດຫວຽດນາມ ທີ່ພວມເຂົ້າຮ່ວມງານຕະຫຼາດນັດວາງສະແດງ MEGA Show Hong Kong 2017 ຖືກດຳເນີນຢູ່ສູນກອງປະຊຸມ - ວາງສະແດງສາກົນ, ເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ໃນລະຫວ່າງວັນທີ 20 – 21 ຕຸລາ.
ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດຢູ່ຮົ່ງກົງແລະການາດາ - ảnh 1 (ພາບປະກອບ: Vietnam+)

ທີ່ງານຕະຫຼາດນັດຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ໄດ້ວາງສະແດງ, ແນະນຳເຖິງລູກຄ້າ ແລະ ຜູ້ອຸປະໂພກບໍລິໂພກສາກົນ ບັນດາປະເພດສິນຄ້າຄື: ເຄື່ອງເຟີລີເຈີ, ເຄື່ອງໃຊ້ໃນຄອບຄົວທີ່ຜະລິດຈາກແຫຼ່ງວັດຖຸດິບທຳມະຊາດ…

        ຢູ່ການາດາ, ກໍ່ໃນລະຫວ່າງວັນທີ 20 – 23 ຕຸລາ, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Montreal ຄັ້ງທີ 29, ເຊິ່ງໄດ້ຈັດຕັ້ງຢູ່ສູນວາງສະແດງ ແລະ ກອງປະຊຸມ Place Bonaventure ຢູ່ນະຄອນ Montreal, ແຂວງ Quebec. ນີ້ແມ່ນໜຶ່ງໃນບັນດາງານຕະຫຼາດນັດທ່ອງທ່ຽວປະຈຳປີທີ່ມີອິດທິພົນຊື່ສຽງ ແລະ ມືອຳຊີບທີ່ມີຂອບຂະໜາດໃຫຍ່ຢູ່ເຂດອາເມລິກາເໜືອ. 2 ຮ້ານວາງສະແດງຂອງຫວຽດນາມ ໄດ້ວາງສະແດງບັນດາເອກະສານເຊິ່ງຜູ້ມາຢ້ຽມຊົມນິຍົມຄື “ຫວຽດນາມ ຄວາມຮັກຂອງຂ້ອຍ”, “ຫວຽດນາມ ແຫ່ງບ້ານເກີດເມືອງນອນຂອງຂ້ອຍ” “ຄວາມງາມມະຫັດສະຈັນຂອງຫວຽດນາມ” ແລະ ບັນດາເຄື່ອງຂອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ