ວິສາຫະກິດອາຊຽນຊຸກຍູ້ຈຸດໝາຍສ້າງປະຊາຄົມເສດຖະກິດອາຊຽນໃນ2015

ວິສາຫະກິດອາຊຽນຊຸກຍູ້ຈຸດໝາຍສ້າງປະຊາຄົມເສດຖະກິດອາຊຽນໃນ2015 - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ສິງ​ກາ​ໂປ Lim Hng Kiang ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Lê Hải-Việt Hải/Vietnam+)


(vovworld) – ​ເວທີ​ປາ​ໄສ​ສະ​ໂມ​ສອນ​ນັກທຸລະກິດ ອາຊຽນ 2014 (ABC) ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 8 – 9/9, ​ໄດ້​ເຕົ້າ​ໂຮມການ​ນຳ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຢູ່​ພາກ​ພື້ນກ່ວາ 300 ທ່ານ ​ເພື່ອ​ສຸ​ມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ຄ້າ ​ແລະ ອຸດສາຫະກຳ​ປະຈຸ​ບັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກໍ່​ຄື​ສະ​ແດງ​ການ​ສະໜັບສະ​ໜູນ​ສຳລັບ​ເລື່ອງ​ຫັນ​ຈຸດໝາຍ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໃນ​ປີ 2015 ​ປະກົດ​ຜົນ​ເປັນ​ຈິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ສິງ​ກາ​ໂປ Lim Hng Kiang ຢັ້ງຢືນ​ປັດ​ໄຈ​ມີ​ລັກສະນະ​ເປັນ​ບາດ​ລ້ຽວ​ໃຫ້​​ແກ່ ອາ​ຊຽນ ​ແມ່ນ​ການ​ເຊື່ອມ​ໂຍງ, ​ແລະ ປະຈຸ​ບັນ, ບັນດາ​ປະ​ເທດ ອາ​ຊຽນ ພວມ​ບັນລຸ​ຄວາມ​ຄື​ບໜ້າ​ຢ່າງ​ໝັ້ນຄົງ​ເພື່ອ​ຫັນ​ຈຸດໝາຍ AEC ​ເມື່ອ​ຈຸດ​ເວລາ​ກຳນົດ​ສຸດ​ທ້າຍ​ປີ 2015 ພວມ​​ໃກ້​ຈະ​ມາ​ຮອ​ດ. ສິນຄ້າ​ເກືອບ​ທັງ​ໝົດ​ໃນ​ພາກ​ພື້ນ​​ໄດ້​ຍົກ​ເວັ້ນ​ພາສີ​ອາກອນ ​ແລະ ອາ​ຊຽນພ້ອມ​ແລ້ວ​ທີ່​ປະຕິບັດ​ບາດ​ກ້າວ​ຕໍ່​ໄປ​ເພື່ອ​ລົບ​ລ້າງ​ຮົ້ວ​ກີດຂວາງ​ປອດ​ພາສີ​​ອາກອນ​ລະຫວ່າງບັນດາ​ປະ​ເທດ​. ທ່ານ​ລັດຖະມົນຕີ Lim Hng Kiang ​ເນັ້ນ​ໜັກ​ວ່າ​: AEC ບໍ່​ແມ່ນຕອນ​ສຸ​ດທ້າຍ​ຂອງ​ເສັ້ນທາງ ອາ​ຊຽນ, ຍ້ອນ​ວ່າການ​ເຊື່ອມ​ໂຍງ​ພາກ​ພື້ນ​ຈະ​ເຮັດ​ໃຫ້ກາ​ນພົວພັນ​ດ້ານ​ເສດຖະກິດ​ພາຍ​ໃນ​ກຸ່ມ​ເລິກ​ເຊິ່ງກ່ວາ​ອີກ.


ຂ່າວ/ບົດ​ອື່ນ