ວາດພາບບັນຍາກາດບຸນເຕັດຫວຽດນາມຢູ່ສ.ເຊັກໂກ

ວາດພາບບັນຍາກາດບຸນເຕັດຫວຽດນາມຢູ່ສ.ເຊັກໂກ - ảnh 1
ວາດພາບຕະຫຼາດດອກໄມ້ໃນບຸນເຕັດ
(ພາບ: ຕ້ອນຮັບ​ບຸນປີ​ໃໝ່)

(vovworld) –  ​ຕອນ​ຄຳ່​ວັນ​ທີ 2/2, ຢູ່​ນະຄອນຫຼວງ Praha, ສະຖານ​ທູ​ດ ຫວຽ​ດນາມ ປະຈຳ ​ສ. ​ເຊັກ​ໂກ ​ຈັດ​ຕັ້ງ​ງານ​ລ້ຽງ​ຢ່າງສົມ​ກຽດ​ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຂອງ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ ປະຈຳ ສ. ​ເຊັກ​ໂກ ​ເຈືອງ​ແມ້ງ​ເຊີນ, ​ໃຫ້​ຮູ້​ວ່າ: ບຸນປີ​ໃໝ່​ປະຈຳ​ຊາດ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ຕີ​ລາຄາ​ວຽກ​ງານ​ໃນ​ຕະຫຼອດໜຶ່ງ​ປີຜ່ານມາ, ກະກຽມ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ດ້ວຍ​ບັນດາ​ໜ້າ​ທີ່​ໃໝ່. ​ເພື່ອ​ຊ່ວຍ​ໃຫ້​​ແຂກ​ຕ່າງປະ​ເທດ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ​ບຸ​ນ​ເຕັດ​ຂອງ ຫວຽດນາມ ​ແລະ ບັນດາ​ຈຸດ​ດີງາມ​ຂອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ນີ້, ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ ​ຢູ່ສູນ​ຈັດ​ຕັ້ງ​ເຫດການ ດົງ​ໂດ ທີ່​ນະຄອນຫຼວງ Praha. ທ່ານ​ເອກອັກ​ຄະ​ລັດຖະທູດ ​ເຈືອງ​​ແມ້ງ​ເຊີນ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ເຊີນ​ຄະນະ​ທູຕານຸທູດ ​ແລະ ບັນດາ​ເພື່ອນ​ມິດ​ເຊັກ​ໂກ  ​ເຂົ້າ​ຮ່ວມ​ບຸນ​ເຕັດ​ຂອງ​ຊາດ​ດ້ວຍ​ບັນຍາກາດ​ວັດທະນະທຳ ​ແລະ ອາຫານ​ການ​ກິນຂອງ​ບຸນ​ເຕັດ ຫວຽດນາມ ຜ່ານ​ການ​ເຄື່ອນ​ໄຫວ​ບູຊາ​ບັນພະ​ບູລຸດ, ພິທີສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່… ​ພວກ​ຂ​້າພະ​ເຈົ້າ​ຢາ​ກສົ່ງ​ສານ​ເຖິງ​ພວກ​ເພື່ອນ​ສາກົນ​ທີ່​ວ່າ ປະ​ເທດ ຫວຽດນາມ ນັບ​ມື້​ນັບ​ພັດທະນາ, ພວມ​ເຊື່ອມ​ໂຍງກັບ​ໂລກ​ໂດຍ​ໄວ”

        ພ້ອມ​ກັບບັນຍາກາດ​ທົ່ວ​ປະ​ເທດ​ຂຳ່ນັບ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວອກ 2016, ສະຖານທູດ ຫວຽດນາມ ປະຈຳ ສ. ​ເກົາຫຼີ ​ໄດ້ຈັດ​ຕັ້ງ​ບຸນ​ເຕັດ​ຢູ່​ນະຄອນຫຼວງ ​ເຊ​ີອູ​ນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ. ​ເກົາຫຼີ ​ໄດ້​ຝາກ​ຄຳ​ຂອບ​ອົກຂອບ​ໃຈ​ເຖິງ​ເພື່ອນ​ມິດສ. ​ເກົາຫຼີ ​ແລະ ສາກົນ​ທີ່​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່​​ເພີ່​ມພູນ​ຄຸນ​ສ້າງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ສ. ​ເກົາຫຼີ ​ແລະ ສະຫງວນ​ໃຫ້ ຫວຽດນາມ ການ​ສະໜັບສະໜູນ​ທັງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ