ວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11

(VOVWORLD) -ວັນທີ 10 ທັນວາ, ມີຜູ້ແທນຊາວໜຸ່ມ 1000 ຄົນທີ່ເປັນຕົວແທນໃຫ້ຊາວໜຸ່ມກວ່າ 6,4 ລ້ານຄົນ ແລະ ໄວໜຸ່ມຫວຽດນາມເກືອບ 24 ລ້ານຄົນ ໄດ້ກ້າວເຂົ້າສູ່ວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11 ອາຍຸການ 2017-2022
      ວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11 - ảnh 1       ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11

ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມໃຫຍ່, ທ່ານ ເລກ໋ວກຟອງ ເລຂາທີ 1 ຄະນະບໍລິຫານງານ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 10, ປະທານສະມາຄົມນັກສຶກສາຫວຽດນາມຢືນຢັນວ່າ : 

    “ ໃນອາຍຸການທີ່ຈະມາເຖິງ, ພວມເຮົາກຳນົດ 10 ແຜນຮ່າງຈຸດສຸມ. ໃນນັ້ນ ປັດໄຈຮຽກຮ້ອງຕ້ອງການຄວາມປະຈັນບານ, ນຳໜ້າຂອງຊາວໜຸ່ມ, ຄຸນນະທາດຂອງໄວໜຸ່ມໃນໄລຍະໃໝ່ ໄດ້ຮັບຖືເປັນສິ່ງສຳຄັນແຖວໜ້າ. ຍິ່ງກວ່ານັ້ນ, ຊາວໜຸ່ມ, ໄວໜຸ່ມຕ້ອງມີຄຸນນະທາດ, ອຸດົມຄະຕິ, ມີຄວາມຮັບຮູ້ດ້ານການເມືອງ.  ”

   ທີ່ ວາລະປະຊຸມຄັ້ງທີ 1, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11 ອາຍຸການ 2017-2022, ຜູ້ແທນທຸກໆຄົນທີ່ເຂົ້າຮ່ວມໄດ້ລົງຄະແນນສຽງເຫັນດີຮັບຮອງເອົາໂຄງການດຳເນີນງານ ແລະ ລະບຽບການ ຂອງກອງປະຊຸມໃຫຍ່ .

    ກອງປະຊຸມໃຫຍ່ໄດ້ເປັນເອກະພາບເລືອກຕັ້ງຄະນະປະທານລວມມີ ສະມາຊິກ 19 ທ່ານ. 

ຕອບກັບ

ຂ່າວ/ບົດ​ອື່ນ