ວາລະປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດໃນສະໄໝເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ສະເໜີວ່າ ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປໄວ...
ວາລະປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດໃນສະໄໝເຊື່ອມໂຍງເຂົ້າກັບສາກົນ - ảnh 1ທ່ານນາງ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ

ໃນຂອບເຂດຂອງກອງປະຊຸມການຕ່າງປະເທດຄັ້ງທີ 30, ຕອນເຊົ້າວັນທີ 16 ສິງຫາ ໄດ້ຈັດຕັ້ງກອງປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດ ໃນຍຸກສະໄໝຂອງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ. ເຂົ້າຮ່ວມກອງປະຊຸມມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຮອງນາຍົກລັດຖະມົນຕີລັດຖະບານ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ສະເໜີວ່າ ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປໄວ, ສັບສົນໃນຊຸມປີຈະມາເຖິງວຽກງານການຕ່າງປະເທດເຊິ່ງລວມມີການທູດຂອງລັດ ແລະ ການຕ່າງປະເທດສະພາແຫ່ງຊາດ ຄວນສຸມໃສ່ປະຕິບັດບັນດາເນື້ອໃນຈຸດສຸມເພື່ອປະຕິບັດບັນດາໜ້າທີ່ການຕ່າງປະເທດເຊິ່ງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກໄດ້ວາງອອກ:

        “ເພີ່ມທະວີການສົມທົບລະຫວ່າງການຕ່າງປະເທດ, ພ້ອມກັບການທູດຂອງລັດ, ພິເສດແມ່ນການຕ່າງປະເທດຂອງພັກ, ສະແຫ່ງຊາດ, ການພົວພັນຕ່າງປະເທດປະຊາຊົນ ເພື່ອແນໃສ່ແກ້ໄຂບັນດາບັນຫາພົວພັນຕ່າງປະເທດ ເພື່ອຮັບປະກັນເສີມຂະຫຍາຍກຳລັງແຮງສັງລວມຂອງປະເທດຊາດໃນການຜັນຂະຫຍາຍວຽກງານການຕ່າງປະເທດຢ່າງສູງສຸດ ແລະ ມີປະສິດທິຜົນ. ຈຸດສຸມແມ່ນເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງມີຊາຍແດນຮ່ວມ, ບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ໄປຄຽງຄູ່ກັນນັ້ນ, ຄວນສົມທົບກັນເພື່ອສ້າງບັນດາເພື່ອນມິດໃໝ່, ຄູ່ຮ່ວມມືສົນໃຈ ແລະ ມີຄວາມສະໜິດຕິດພັນກັບ ຫວຽດນາມ. ຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫຼາຍຝ່າຍ ແມ່ນການກຳນົດທິດຍຸດທະສາດສຳຄັນໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານ.”

 ສືບຕໍ່ປ່ຽນໃຫມ່ຈີນຕະນາການໃນວຽກງານການຕ່າງປະເທດ

ວັນທີ 16 ສິງຫາ ຢູ່ ນອກບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 30 ພວມດຳເນີນຢູ່ ຮ່າໂນ້ຍ, ມີເອກອັກຄະລັດຖະທູດ, ຫົວຫນ້າຜູ້ຕາງຫນ້າບັນດາອົງການການທູດຢູ່ຕ່າງປະເທດ ຫລາຍທ່ານ ໄດ້ແບ່ງປັນຈິດໃຈປ່ຽນໃຫມ່ຈີນຕະນາການໄດ້ຮັບການຜັນຂະຫຍາຍຢ່າງແຮງຢູ່ ກອງປະຊຸມຄັ້ງນີ້. ທ່ານ ເຈີນງອກອານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຖືວ່າ:

        “ຫົວເລື່ອງຂອງກອງວາລະປະຊຸມໃນມື້ນີ້ ແມ່ນການທູດຮັບໃຊ້ການພັດທະນາ. ນີ້ກໍ່ແມ່ນເນື້ອໃຫມ່ເມື່ອທຽບໃສ່ກ່ອນນີ້. ຖ້າກອ່ນນີ້ ພວກເຮົາເຄີຍເວົ້າການທູດເພື່ອຮັບໃຊ້ເສດຖະກິດ ແຕ່ບັດນີ້ ການທູດຮັບໃຊ້ການພັດທະນາ.”

ສ່ວນ ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ, ອະດີດຮອງຫົວຫນ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຖືວ່າ: ປ່ຽນໃຫມ່ຈີນຕະນາການການຕ່າງປະເທດໃນສະພາບການໃຫມ່ຂອງໂລກ ເມື່ອຫວຽດນາມເຊືື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ ແມ່ນສະພາແຫ່ງຊາດຄວນປະຕິບັດພາລະບົດບາດຕິດຕາມກວດກາໃຫ້ດີກວ່າເກົ່າ.

 

ຕອບກັບ

ຂ່າວ/ບົດ​ອື່ນ