ວາລະປະຊຸມນັດສາມັນ ປະຈຳເດືອນ 7/2014 ຂອງລັດຖະບານຫວຽດນາມ

ວາລະປະຊຸມນັດສາມັນ ປະຈຳເດືອນ 7/2014 ຂອງລັດຖະບານຫວຽດນາມ - ảnh 1

(ພາບ: baodulich.net.vn )

(vovworld) – ວັນ​ທີ 30/7, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ, ລັດຖະບານ​ໄດ້​ຈັດ​ວາລະ​ປະຊຸມ​ນັດ​ສາມັນ​ປະຈຳ​ເດືອນ 7/2014 ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ-​ສັງຄົມ ​ໃນ 7 ​ເດືອນ ​ແລະ ​ປຶກສາ​ຫາລືບັນດາ​ມາດ​ຕະການ​ໃນ​ຊຸມ​ເດືອນ​ຕໍ່​ໄປ.

  ທີ່​ວາລະ​ປະຊຸມ, ລັດຖະບານ​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ສະພາບເສດຖະ ກິດ-​ສັງຄົມເດືອນ 7 ​ແລະ 7 ​ເດືອນ​ຕົ້ນປີ, ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ​ຈົ່ງສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ໃຫ່ຍກ່ຽວຂ້ອງ​ເຖິງການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄືນ​ໃໝ່, ການ​ເຕີບ​ໂຕ​ຈີ​ດີ​ພີ, ​ເສດຖະກິດ​ມະຫາ​ພາກ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ. ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຊີ້​ແຈ້ງວ່າ:

   “ພວກ​ເຮົາ​ປະຕິບັດ​ໄດ້​ການ​ສ້າງ​ໂຄງ​ປະກອບ​ການ​ລົງ​ທືນຂອງ​ລັດ​ຄືນ​ໃໝ່​, ນັ້ນ​ແມ່ນ​ບາດກ້າວ​ເດີນ​ທີ່​ສຳຄັນ, ​ແຕ່​ຕ້ອງ​ພະຍາຍາມ​ຄວບ​ຄຸມ​ຄື​ແນວ​ໃດ​ໃຫ້​ມີ​ປະ​ສິດ​ທິຜົນ. ຫວ່າງ​ແລ້ວນີ້, ພວກ​ເຮົາ​ໄດ້​ຍົກ​ອອກ​ມາດ​ຕະການ​ຕົ້ນຕໍ​ແມ່ນ​ລົງທຶນ​ໄລຍະ​ກາງ, ສ້າງ​ບັນຊີ​ລາຍ​ຊື່, ກຳນົດ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​​ແຈ້ງ. ທີ 2 ​ແມ່ນ ມາດ​ຕະກາ​ນສຳຄັນ​ມີ​ລັກສະນະ​ຕັດສິນ​ຊີ້ຂາດ​ແມ່ນ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ທີ 3 ​ແມ່ນ​ເດັດ​ດ່ຽວ​ສືບ​ຕໍ່ປະຕິບັດ​ການສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່​​ເພື່ອໃຫ້​ລະບົບ​ທະນາຄານເຂັ້ມ​ແຂງ​ກ່ວາ“./.

ຂ່າວ/ບົດ​ອື່ນ