ວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

(VOVWORLD) - ຕອນບ່າຍວັນທີ 09 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ, ປະທານຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ເປັນປະທານວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການ. 
ວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 - ảnh 1 ທີ່ວາລະປະຊຸມ (ພາບ: VGP)

ທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໄດ້ໃສ່ໃຈວ່າ ຄວນສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ໃນໄລຍະຈະມາເຖິງຢ່າງຮີບດ່ວນ, ພິເສດແມ່ນການທາບທາມຄຳເຫັນ, ຂົນຂວາຍບັນດາປະເທດກ່ຽວກັບຫົວຂໍ້, ຈຸດສຸມບຸລິມະສິດຂອງປີປະທານ ອາຊຽນ 2020, ຄາດຄະເນຈັດຕັ້ງບັນດາກອງປະຊຸມໃຫຍ່ໃນປີ 2020, ເປັນຕົ້ນແມ່ນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງກັບຄູ່ຮ່ວມມືຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ກໍ່ຮຽກຮ້ອງບັນດາອະນຸກຳມະການ, ກະຊວງ, ຂະແໜງການສ້າງແຜນຮ່າງລະອຽດ, ແຜນການຜັນຂະຫຍາຍໃຫ້ສຳເລັດໂດຍໄວ ແລະ ຂຶ້ນແຜນງົບປະມານໃຫ້ບັນດາການເຄື່ອນໄຫວໃນປີປະທານ ອາຊຽນ 2020 ຖືກຕາມຂໍ້ກຳນົດ ແລະ ຄວາມຄືບໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ