ວຽກງານກວດກາ,ແຍກຕົວ,ຕິດຕາມພະຍາດEbolaໃນວົງຄະນາຍາດ

ວຽກງານກວດກາ,ແຍກຕົວ,ຕິດຕາມພະຍາດEbolaໃນວົງຄະນາຍາດ - ảnh 1
ວຽກງານກະກຽມຮັບມືກັບໂລກລະບາດ Ebola
photo:internet


(vovworld)- ຕອນ​ບ່າຍ​ວັນ​ທີ 20/8, ສະ​ຖາບ​ັນ Pasteur ນະຄອນ ​ໂຮ່ຈິ​ມີນ ​ໄດ້​ສົມທົບ​ກັບ​ພະ​ແນ​ກສາທາລະນະ​ສຸກ ນະຄອນ ​ໂຮ່ຈິ​ມີນ ດຳ​ເນີນ​ການ​ກວດກາ​ວຽກ​ງານ​ແຍກ​ຕົວ, ຕິດຕາມ​ສຳລັບ​ບັນດາ​ຜູ້​ທີ່​ຖືກ​ສົງ​ໃສ​ຕິດ​ພະຍາດ Ebola ​ໃນ​ວົງ​ຄະນາ​ຍາດ. ຢູ່​ສູນ​ການ​ແພດ​ປ້ອງ​ກັນ ​ເມືອງ ຖູ​ດືກ ​ແລະ ​ເມືອງ 9, ສະ​ຖາ​ບັນ Pasteur ​ແລະ ພະ​ແນ​ກສາທາລະນະ​ສຸກ ນະຄອນ ​ໄດ້​ຮັບ​ຟັງ​ວິທີ​ແກ້​ໄຂ​ກໍລະນີ​ຖືກ​ສົງ​ໃສ​ຕິດ​ໄວຣັດ Ebola ຢູ່ ວົງ​ຄະນາ​ຍາດ​ກໍ​ຄື​ຂໍ້​ສະ​ເຫ​ນີຂອງ​ບັນດາ​ພະລາກອນ​ການ​ແພດ. ຮອງ​ສາດສະ​ດາ​ຈານ, ດຣ ຟານ​ຈ້ອງ​ເລີ​ນ, ຫົວຫນ້າ​ສະ​ຖາ​ບັນ Pasteur ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ກະກຽມ​ຮັບ​ມື​ກັບ​ໂລກລະບາດ​ນີ້ ​ແຕ່​ຕໍ່ຫນ້າ​ຄວາມ​ອັນຕະລາຍ​ຂອງ​ພະຍາດ Ebola, ລະບົບ​ການ​ແພດ​ປ້ອງ​ກັນ​ຂັ້ນ​ຮາກ​ຖານ ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ເພື່ອ​ຮັບ​ມື.

​ໃນ​ຂະນະ​ນັ້ນ ນະຄອນ ດາ​ຫນັງ ກໍ​ພວມ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ Ebola, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ຕິດຕາມ​ກວດກາ​ຜູ້​ເຂົ້າ​ເມືອງ.

 

ຂ່າວ/ບົດ​ອື່ນ