ວຽກງານກະກຽມພື້ນຖານໂຄງລ່າງໃຫ້ແກ່ສັບປະດາຂັ້ນສູງAPECໄດ້ສຳເລັດໂດຍພື້ນຖານ

(VOVWORLD) -ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໃນຕອນບ່າຍວັນທີ 12 ຕຸລາ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ໄດ້ສຳເລັດໂດຍພື້ນຖານ.  
ວຽກງານກະກຽມພື້ນຖານໂຄງລ່າງໃຫ້ແກ່ສັບປະດາຂັ້ນສູງAPECໄດ້ສຳເລັດໂດຍພື້ນຖານ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ນີ້ແມ່ນການເຄື່ອນໄຫວສຸດທ້າຍ ແລະ ສຳຄັນທີ່ສຸດໃນປີ APEC 2017. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເປັນປະທານຄະນະກຳມະການແຫ່ງຊາດ APEC 2017 ຊີ້ນຳການກວດກາບັນດາການເຄື່ອນໄຫວສັບປະດາຂັ້ນສູງ APEC 2017 ຢູ່ ດາຫນັງ ພ້ອມທັງຊີ້ນຳບັນດາວິທີການຈັດຕັ້ງພິທີການ, ວຽກງານການຂ່າວ,ບັນຫາການປ້ອງກັນຄວາມສະຫງົບ, ສາທາລະນະສກ…. ເພື່ອສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາການນຳ, ບັນດາຜູ້ແທນ, ແຂກຖືກເຊີນ, ບັນດາອົງການຈັດຕັ້ງເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.

ກ່ຽວກັບເລື່ອງອຳນາດການປົກຄອງ ກຳປູເຈຍ ມີແຜນການອອກໜັງສືໃຫ້ຊາວຕ່າງປະເທດ ອາໄສຢູ່ ກຳປູເຈຍ, ໃນນັ້ນ ມີຊາວຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງຫນຶ່ງຢືນຢັນວ່າ: “ຫວຽດນາມແລະກຳປູເຈຍ ມີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອອັນດີງາມ. ຫວຽດນາມ ປາດຖະຫນາຢາກກຳປູເຈຍສືບຕໍ່ສ້າງເງື່ອນໄຂດ້ານນິຕິກຳຢ່າງສະດວກ ແລະ ມີມາດຕະການເໝາະສົມເພື່ອຮັບປະກັນບັນດາສິດຜົນປະໂຫຍດອັນຊອບທຳຂອງຊາວ ກຳປູເຈຍ ເຊື້ອຊາດຫວຽດນາມ ຄືຄຳຖະແຫລງຮ່ວມຂອງການນຳຂັ້ນສູງສອງປະເທດໃນໄລຍະຜ່ານມາ, ສອດຄອ່ງກັບກົດໝາຍກຳປູເຈຍ ແລະ ກົດໝາຍສາກົນ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບກໍລະນີກຳປັ່ນຂັບໄລ່ຂອງທະຫານເຮືອອາເມລິກາ ໃນວັນທີ 10 ຕຸລາ ໄດ້ເຄື່ອນໄຫວຢູ່ມໍ່ກັບບັນດາເກາະຢູ່ໝູ່ເກາະ ຮ່ວາງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: “ດ້ວຍຖານະແມ່ນປະເທດ ມີອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ແມ່ນສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982, ຫວຽດນາມ ໄດ້ຢືນຢັນເປັນຫລາຍຄັ້ງກ່ຽວກັບຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຕົນ, ຕາມນັ້ນ ທຸກປະເທດລ້ວນແຕ່ມີສິດໄດ້ຊົມໃຊ້ສິດເສລີໃນການເດີນທະເລ ແລະ ທາງອາກາດຢູ່ທະເລຕາເວັນອອກ, ສອດຄ່ອງກັບບັນດາຂໍ້ກຳນົດຂອງກົດໝາຍສາກົນ, ພິເສດ ແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982”

ຕອບກັບ

ຂ່າວ/ບົດ​ອື່ນ