ວຽກງານໜູນຊ່ວຍແກ້ໄຂຜົນຮ້າຍຈາກອຸປະຕິເຫດ ເຂື່ອນໄຟຟ້າຢູ່ແຂວງອັດຕະປືຂອງ ລາວ

(VOVWORLD) -ໂດຍປະຕິບັດຕາມຄໍາຊີ້ນໍາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫ້ອງວ່າການຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດ ແລະ ກູ້ໄພກູ້ຊີບ ໄດ້ສະເໜີມາຍັງການນໍາຄະນະກໍາມະການ ແລະ ກະຊວງປ້ອງກັນປະເທດ, ຜັນຂະຫຍາຍວຽກງານໜູນຊ່ວຍລາວໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື.

ໄລ່ມາຮອດເວລາ 16 ໂມງ 30 ນາທີີ, ວັນທີ 27 ກໍລະກົດ 2018:

        ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາທະຫານເຂດ 5, ຈັດສົ່ງກໍາລັງ: ລວມມີພົນທະຫານ 100 ຄົນ, ລົດໂອໂຕ 9 ຄັນ, ພ້ອມກັບຢຸກຢາ ແລະ ອຸປະກອນການແພດຈໍານວນໜຶ່ງທີ່ສາມາດປິ່ນປົ່ວພະຍາດໃຫ້ແກ່ປະຊາຊົນ 500 ຄົນ; ນອກຈາກນັ້ນຍັງໄດ້ໜູນຊ່ວຍ ສະບຽງອາຫານ, ນໍ້າບໍລິສຸດ ເຊິ່ງລວມມີມຸນຄ່າ 450 ລ້ານດົ່ງ; ພົນລະພາກຫຼວງ 15 ໄດ້ໜູນຊ່ວຍໃຫ້ແຂວງອັດຕະປືຈໍານວນເງິນ 10 ລ້ານກີບ ເພື່ອຊ່ວຍເຫຼືອສຸກເສີນປະຊາຊົນຜູ້ປະສົບເຄາະຮ້າຍ.

        ໃນຂະນະດຽວກັນ, ກໍາລັງເສນາຮັກໄດ້ກວດ ແລະ ປິ່ນປົ່ວພະຍາດໃຫ້ປະຊາຊົນ 200 ຄົນໃນບໍລິເວນປະສົບເຄາະຮ້າຍ, ບັນດາກໍາລັງເສນາຮັກຂອງທະຫານເຂດ 5 ໄດ້ສົມທົບກັບລາວ ເຂົ້າຮ່ວມການຊອກຫາຜູ້ເສຍສາບສູນ ແລະ ບັນຊາການສັນຈອນໄປມາ.

        ຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດ ແລະ ກູ້ໄພກູ້ຊີບ, ໄດ້ສະເໜີມາຍັງທ່ານນາຍົກລັດຖະມົນຕີ ອະນຸຍາດໃຫ້ສະໜອງຜ້າກັ້ງຕູບ 15 ຊຸດ ເພື່ອຊ່ວຍເຫຼືອແຂວງອັດຕະປື.

         ນອກຈາກນັ້ນ, ແຂວງກອນຕຸມຂອງຫວຽດນາມ ກໍໄດ້ໜູນຊ່ວຍແຂວງອັດຕະປື ຈໍານວນເງິນ 550 ລ້ານດົ່ງ ແລະ ເຄື່ອງບັນເທົາທຸກ ລວມມີມູນຄ່າ 200 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ