ສ ເກົາຫຼີ ຮຽກຮ້ອງໃຫ້ອາຊຽນ ສະໜັບສະໜູນຄວາມມານະພະຍາຍາມສ້າງສັນຕິພາບ ກັບ ສປປ ເກົາຫຼີ

(VOVWORLD) -ທ່ານປະທານາທິບໍດີ ມູນແຈອິນ ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມ ແກ້ໄຂບັນຫານິວເຄຼຍ ຢູ່ ສປປ ເກົາຫຼີ ບັນລຸໄດ້ບາດກ້າວໃຫຍ່ໃນໄລຍະຜ່ານມາ...
ສ ເກົາຫຼີ ຮຽກຮ້ອງໃຫ້ອາຊຽນ ສະໜັບສະໜູນຄວາມມານະພະຍາຍາມສ້າງສັນຕິພາບ ກັບ ສປປ ເກົາຫຼີ - ảnh 1ທ່ານປະທານາທິບໍດີ ສ ເກົາຫຼີ ມູນແຈອິນ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 21 ຢູ່ສິງກະໂປ (ພາບ:Yonhap/TTXVN) 

ວັນທີ 15 ພະຈິກ, ທ່ານປະທານາທິບໍດີ ສ ເກົາຫຼີ ມູນແຈອິນ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ພ້ອມກັບຄູ່ຮ່ວມມືເຈລະຈາ, ລວມມີ ຈີນ ແລະ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມສ້າງສັນຕິພາບຂອງ ເຊີອູນ ກັບ ພຽງຢາງ, ພ້ອມທັງຖືວ່າການສ້າງພື້ນຖານສັນຕິພາບຍາວນານ ຢູ່ແຫຼມເກົາຫຼີ ຈະຊ່ວຍໃຫ້ມີຜົນປະໂຫຍດແກ່ຄວາມວັດທະນາຖາວອນລວມຂອງພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 21 ທີ່ພວມດຳເນີນຢູ່ສິງກະໂປ, ທ່ານປະທານາທິບໍດີ ມູນແຈອິນ ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມ ແກ້ໄຂບັນຫານິວເຄຼຍ ຢູ່ ສປປ ເກົາຫຼີ ບັນລຸໄດ້ບາດກ້າວໃຫຍ່ໃນໄລຍະຜ່ານມາ, ແລະຍ້ອນການສະໜັບສະໜູນ ພ້ອມກັບການຮ່ວມມືຈາກບັນດາປະເທດ ສະມາຊິກ ອາຊຽນ +3 ໄດ້ຊ່ວຍໃຫ້ມີຜົນປະໂຫຍດຫຼາຍສົມຄວນໃຫ້ແກ່ການບັນລຸໄດ້ບາດກ້າວດັ່ງກ່າວ. ທ່ານປະທານາທິບໍດີ ສ ເກົາຫຼີ ກໍ່ຢັ້ງຢືນວ່າ ເລື່ອງປອດນິວເຄຼຍ ຢູ່ແຫຼມເກົາຫຼີ ໄດ້ຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ ຈະຊ່ວຍໃຫ້ມີການສ້າງສັນຕິພາບ ແລະ ວັດທະນາຖາວອນ ໃຫ້ປະຊາຄົມອາຊີຕາເວັນອອກ ຂອງພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ