ສຶກສາຂັ້ນມະຫາວິທະຍາໄລ - ຫັນເປັນມາດຕະຖານ ແລະ ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ຢັ້ງຢືນວ່າ: ໃນກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນ...
ສຶກສາຂັ້ນມະຫາວິທະຍາໄລ - ຫັນເປັນມາດຕະຖານ ແລະ ເຊື່ອມໂຍງເຂົ້າກັບສາກົນ - ảnh 1 ກອງປະຊຸມສຳມະນາກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ

ຕອນເຊົ້າວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ສົມທົບກັບມະຫາວິທະຍາໄລແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ການສຶກສາຂັ້ນມະຫາວິທະຍາໄລ - ຫັນເປັນມາດຕະຖານ ແລະ ການເຊື່ອມໂຍງເຂົ້າກັບສາກົນ”. ເຂົ້າຮ່ວມກອງປະຊຸມສຳມະນາມີທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ຢັ້ງຢືນວ່າ: ໃນກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນ, ປະກອບສ່ວນອັນໃຫຍ່ຫຼວງເພື່ອປະຕິບັດສຳເລັດພາລະກິດແຫ່ງການປ່ຽນແປງໃໝ່, ນຳປະເທດຊາດກ້າວເຂົ້າສູ່ໄລຍະຍູ້ແຮງການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ເຊື່ອມໂຍງຢ່າງຕັ້ງໜ້າເທື່ອລະກ້າວ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ຕໍ່ໜ້າການຂົນຂວາຍ, ພັດທະນາຢ່າງບໍ່ຢຸດຢັ້ງຂອງວິທະຍາສາດ - ເຕັກໂນໂລຊີ ແລະ ພຸມປັນຍາຂອງມະນຸດ, ພິເສດແມ່ນຕໍ່ໜ້າຄວາມຕ້ອງການຂອງໂລກາພິວັດ, ການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ຕາມທ່ານຮອງລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນວັນຟຸກ ແລ້ວ, ເພື່ອພັດທະນາການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ ແບບຍືນຍົງນັ້ນ, ໄລຍະຈະມາເຖິງ, ຂະແໜງສຶກສາສືບຕໍ່ປ່ຽນໃໝ່ຕາມທິດປ່ຽນໃໝ່ການຄຸ້ມຄອງຂອງລັດ ກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ, ຍູ້ແຮງການບັນດາມະຫາວິທະຍາໄລເປັນເຈົ້າການ.

ຕອບກັບ

ຂ່າວ/ບົດ​ອື່ນ