ສິງກະໂປ ກຽມພ້ອມໃຫ້ກອງປະຊຸມສຸດຍອດ ອາຊຽນ

(VOVWORLD) - ສິງກະໂປ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບ ແລະ ກະກຽມແຜນການເພື່ອຮັບປະກັນການຈະລາຈອນໃຫ້ສະດວກໃນຕະຫລອດໄລຍະຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຄາດວ່າຈະດຳເນີນແຕ່ວັນທີ 11 – 15 ພະຈິກ ຢູ່ປະເທດນີ້.

ສິງກະໂປ ກຽມພ້ອມໃຫ້ກອງປະຊຸມສຸດຍອດ ອາຊຽນ - ảnh 1 (ພາບປະກອບ/TTXVN)

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ໂດຍທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເປັນປະທານກອງປະຊຸມ, ຄາດວ່າ ກອງປະຊຸມຈະຮັບຮອງເອົາແຜນຮ່າງກ່ຽວກັບລະບົບນະຄອນອັດສະລິຍະ ແນໃສ່ເຊື່ອມຕໍ່ 26 ນະຄອນໃນການປັບປຸງການບໍລິການສາທາລະນະ ແລະ ນຳມາເຊິ່ງບັນດາໂອກາດສ້າງເສດຖະກິດສຳລັບປະຊາຊົນໃຫ້ດີກ່ວາ. ບັນດາການນຳຈະປຶກສາຫາລືກ່ຽວກັບຜົນງານຕ່າງໆຂອງ ອາຊຽນ ໃນປີນີ້ ໂດຍຜ່ານການຜັນຂະຫຍາຍຫົວເລື່ອງ ເຊິ່ງປະເທດເຈົ້າພາບຍົກອອກມານັ້ນແມ່ນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”. ບັນດາການນຳກໍ່ຈະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈທີ່ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 13 ກໍ່ຄືບັນດາກອງປະຊຸມຂັ້ນສູງ ອາຊຽນ ແລະ ຄູ່ຮ່ວມມື. ສິ້ນສຸດບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຈະມອບຕຳແໜ່ງເປັນປະທານ ອາຊຽນ ໃຫ້ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ.

ຕອບກັບ

ຂ່າວ/ບົດ​ອື່ນ