ສິງກະໂປ ແລະ ອິນເດຍ ຍູ້ແຮງການຮ່ວມມືປອ້ງກັນຊາດ

ສິງກະໂປ ແລະ ອິນເດຍ ຍູ້ແຮງການຮ່ວມມືປອ້ງກັນຊາດ - ảnh 1
ທ່ານລັດ​ຖະ​ມົນ​ຕີກະຊວງປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ Ng Eng Hen ​
ແລະ ຄູ່​ຕຳ​ແໜ່ງ​ປະ​ເທດ ​ເຈົ້າ​ພາບ Arun Jaitly
(ພາບ: vietnamplus.vn)


(vovworld)-​ ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ​ອິນ​ເດຍ​ເປັນ​ເວ​ລາ 3 ວັນ, ຕອນ​ບ່າຍ ວັນ​ທີ 19/8, ທ່ານລັດ​ຖະ​ມົນ​ຕີກະຊວງປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ Ng Eng Hen ​ໄດ້​ເຈ​ລະ​ຈາ​ ກັບ ຄູ່​ຕຳ​ແໜ່ງ​ປະ​ເທດ ​ເຈົ້າ​ພາບ Arun Jaitly. ​ລັດ​ຖະ​ມົນ​ຕີປ້ອງ​ກັນ​ປະ​ເທດ 2 ທ່ານ​ລ້ວນ​ແຕ່ເຫັນ​ດີ​​ນຳ​ກັນວ່າ ນີ້​ແມ່ນ “ ຈຸ​ດເວ​ລາທີ່​ດີ ” ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ປ້ອງ​ກັນ​ຊາດ ລະ​ຫວ່າງ 2 ປະ​ເທດ. ການ​ຊຸກ​ຍູ້​ການ​ພົວ​ພັນປ້ອງ​ກັນ​ຊາດ 2 ຝ່າຍ​ອາດ​ຈະ​ບັນ​ລຸ້​ໄດ້​ໃນ​ຂອບ​ເຂດ​ການ​​ພົວ​ພັນ​ຄູ່ຮ່ວມ​ມື​​ ທີ່ໄດ້​ຮັບ​ການປັບ​ປຸງ​ລະ​ຫວ່າງ 2 ປະ​ເທດ ແລະ ສິ່ງ​ດັ່ງ​ກ່າວ ຈະເຮັດ​ໃຫ້​ການ​ພົວ​ພັນປ້ອງ​ກັນ​ຊາດເລິກ​ເຊິ່ງ​ກ່​ວາອີກ ແລະ ​ອະ​ນຸ​ຍາດໃຫ້ 2 ຝ່າຍຊອກ​ຫາ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່ ເພື່ອ​ຜົນ​ປະ​ໂຫຍດ​ລວມ.

ໃນ​ສະ​ພາບ​ການ​ທີ່ ອິນ​ເດຍ ແລະ ສິງ​ກະ​ໂປ ຈະ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງການ​ພົວ​ພັນ​ທາງ​ການ​ທູດ ​ ໃນ​ປີ​ 2015. ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ຢັ້ງ​ຢືນ​ຄືນ​ໃໝ່ການ​ພົວ​ພັນປ້ອງ​ກັນ​​ຊາດ 2 ຝ່າຍ​ມິດ​ຕະ​ພາບ ແລະ ຍາວ​ນານ ລະ​ຫ​ວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ