ສິງກະໂປທາບທາມຄວາມເຫັນຂອງປະຊາຊົນກ່ຽວກັບແຜນສັງລວມປະຊາຄົມອາຊຽນ

ສິງກະໂປທາບທາມຄວາມເຫັນຂອງປະຊາຊົນກ່ຽວກັບແຜນສັງລວມປະຊາຄົມອາຊຽນ - ảnh 1
(ພາບປະກອບ)



(vovworld) - ​ໃນລະຫວ່າງ​ວັນ​ທີ 6 – 16/7, ປະຊາຊົນ​ປະ​ເທດ ສິງກະ​ໂປ ສາມາດ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ “​ແຜນ​ສັງ​ລວມປະຊາ​ຄົມອາ​ຊຽນ ​​ໄລຍະ 2016 - 2025” ກັບ 3 ອົງການຂອງປະ​ເທດ​ນີ້ຄື: ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ, ກະຊວງ​ພັດທະນາ​ສັງຄົມ ​ແລະ ຄອບຄົວ. ​ແຈ້ງ​ການ​ໜັງສືພິມ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ ຊີ້​ແຈ້ງວ່າ: ປະຊາ​ຄົມ​ອາ​ຊຽນ ​ໄດ້ອີງ​ຕາມ 3 ​ເສົ້າ​ຄ້ຳ​ຕົ້ນຕໍ​່ ຈະ​​ໄດ້​ຮັບ​ການສ້າງ​ຕັ້ງ​ໃນ​ທ້າຍ​ປີ​ນີ້ ​ແມ່ນ​ປະຊາ​ຄົມ​ຄວາມ​ໝັ້ນຄົງ - ການ​ເມືອງ, ປະຊາ​ຄົມ​ເສດຖະກິດ​, ປະຊາ​ຄົມ​ວັດທະນະທຳ - ສັງຄົມ. ອາຊຽນ ​ໄດ້​ສ້າງ​ຕັ້ງ​ກຸ່ມ​ໜຶ່ງ​​​ສະ​ເພາະກິດ​ຂັ້ນ​ສູງ ​ເພື່ອ​ພັດທະນາ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2015 ​ແລະ ​ແຜນ​ສັງ​ລວມ, ຄາດ​​ວ່າ: ຈະ​ໄດ້​ຮັບຮອງ​ເອົາທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ເຊິ່ງດຳ​ເນີນ​​ໄປຢູ່ ກົວ​ລາ​ລຳ​ເປີ, ປະ​ເທດ ມາ​ເລ​ເຊຍ ​ໃນ​ເດືອນ 11 ທີ່​ຈະ​ມາ​ເຖິງ. ​ແຈ້ງ​ການ​ໃຫ້​ຮູ້​ວ່າ: ປະຊາຊົນ​ມີ​ຄວາມ​ສົນ​ໃຈ​ ສາມາດ​​ແບ່ງປັນ​ທັດສະນະ​ຂອງ​ຕົນ​ຜ່ານ​ເວັບ​​ໄຊ​ຂອງ 3 ອົງການ​ດັ່ງກ່າວຢ່າງ​ເປັນ​ທາງ​ການ​, ດ້ວຍ​ກຳ​ນົດ​ເລ​ລາ​ສຸດ​ທ້າຍ​ແມ່ນ 18​ ໂມງ​ວັນ​ມີ 16/7. ປະຈຸ​ບັນ ສິງກະ​ໂປ​ ພວມ​ເປັນ​ປະທານ​ວາລະ​ປະຊຸມ​ຄັ້ງ​ທີ 7 ຂອງ​ກຸ່ມ​ສະ​ເພາະກິດ​ຂັ້ນ​ສູງ​​ເຊິ່ງດຳ​ເນີ​ນ​ແຕ່​ລະຫວ່າງ​ວັນ​ທີ 6 – 9/7 ./.

ຂ່າວ/ບົດ​ອື່ນ