ສິງກະໂປຢັ້ງຢືນມີພື້ນຖານເພື່ອໃຫ້ອາຊຽນແຊກແຊງເຂົ້າບັນຫາທະເລຕາເວັນອອກ

ສິງກະໂປຢັ້ງຢືນມີພື້ນຖານເພື່ອໃຫ້ອາຊຽນແຊກແຊງເຂົ້າບັນຫາທະເລຕາເວັນອອກ - ảnh 1
ທ່ານ ພົນຕີ ເຟືອງມິງຮ່ວາ ແລະ ທ່ານ Ng Eng Hen ໃນການພົບປະຄັ້ງໜຶ່ງ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ທ່ານ Ng Eng Hen, ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສິງກະ​ໂປ ຖື​ວ່າ: ມີ​ພື້ນຖານ​ຢ່າງ​ໜັກ​ແໜ້ນ​ເພື່ອ​ໃຫ້ ສະຫະ​ສະມາຄົມ​ປະຊາ​ຊາດ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຊ່ວຍ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ບາງ​ສະມາຊິກ​ຂອງ​ສະຫະ​ສະມາຄົມ ​ແລະ ຈີ​ນ ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ເສັ້ນທາງ​​ເດີນ​ທະ​ເລ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ດ້ານການ​ຄ້າ​ສາກົນ. ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່​ມວນ​ຊົນເນື່ອງ​ໃນ​ໂອກາດ​ວັນສະ​ເຫຼີ​ມສະຫຼອງ​ບັນດາ​ກຳລັງ​ປະ​ກອບອາວຸດ ສິງກະ​ໂປ (1/7), ທ່ານ Ng Eng Hen ຢັ້ງຢືນ​ວ່າ: ສຳລັບ ອາ​ຊຽນ ​ແລະ ບັນດາ​ປະ​ເທດ ອື່ນໆ, ມີ​ຄວາມ​ຈິງ​ທີ່ບໍ່​ສາມາດ​ປະຕິ​ເສດ​​ໄດ້​ນັ້ນແມ່ນ​ທະ​ເລ​ຕາ​ເວັນ​ອອກ​ເຊິ່ງ​​ເປັນ​ເສັ້ນທາງ​​ເດີນ​ທະ​ເລ​ສາກົນ. ທ່ານ Ng Eng Hen ກໍ່​ໃສ່​ໃຈ​ວ່າ: ຖະ​ແຫຼ​ງງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເຊິ່ງ ອາ​ຊຽນ ​ແລະ ຈີນ ​​ໄດ້ລົງ​ນາມ​ເມື່ອ​ປີ 2002 ​ແມ່ນ​ເອກະສານ​ຊີ້​ແຈ້ງ​ກ່ຽວ​ກັບວິທີ​ສຳ​ພັດ​ບັນດາ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ໂດຍສະ​ແດງ​ໃຫ້​ເຫັນວ່າ ອາ​ຊຽນ ​ໄດ້ “ກຽມພ້ອມ​​ເຂົ້າ​ຮ່ວມ”. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄຳ​ຕັດສິນ​​​ໃນໄລຍະ​ຈະ​ມາ​ເຖິງ​ຂອງ​ສານ​ (PCA) ຢູ່ ລາ​ໄຮ ( ປະ​ເທດ​​ໂຮ​ນລັງ) ກ່ຽວ​ກັບ​ກໍລະນີ ຟີ​ລິ​ບປິນ ຟ້ອງຮ້ອງ ຈີນ ກ່ຽວ​ກັບ​ຄຳ​ຮຽກ​ສິດ “​ເສັ້ນທາງ 9 ຕອນ” ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຈົ້າ​ໜ້າ​ທີ​ນີ້​ຮັບ​ຮູ້​ວ່າ​ຄຳ​ຕັດສິນ​ອາດຈະ​ເພີ່ມ​ທະວີ​ບັນດາ​ການ​ກະທຳ ​ແລະ ປະຕິ​ກິລິຍາ, ດັ່ງ​ນັ້ນ​ບັນດາ​ປະ​ເທດ​ຕ້ອງມີ​ຄວາມ​ລະມັດ​ລະວັງ​ເປັນ​ປະຈຳ.


ຂ່າວ/ບົດ​ອື່ນ