ສິງກະໂປຢາກລົງທຶນກໍ່ສ້າງສວນສາທາລະນະປະດິດສ້າງຫວຽດນາມ-ສິງກະໂປ

ສິງກະໂປຢາກລົງທຶນກໍ່ສ້າງສວນສາທາລະນະປະດິດສ້າງຫວຽດນາມ-ສິງກະໂປ - ảnh 1
ການຕ້ອນຮັບລະຫວ່າງ 2 ຝ່າຍ
(ພາບ: bnews.vn)

(vovworld) –  ທີ່​ກາ​ນພົບ​ປະ​ໃນ​ຕອນ​ບ່າຍ​ວັນ​ທີ 27/5, ທ່ານ ຫງວຽນ​ແທ່ງຟອງ​, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ທ່ານ Kelvin Teo, ຜູ້ອຳນວຍການ​ຝ່າຍບໍລິຫານ​ບໍລິສັດ Sembcorp Development, ປະ​ເທດ​ສິງ​ກະໂປ ​ໄດ້ມີ​ການ​​ແລກປ່ຽນ​ກ່ຽວ​ກັບ​ໂຄງການ​ລົງທຶນ​ສວນສາທາລະນະ​ປະດິດ​ສ້າງ ຫວຽດນາມ - ສິງກະ​​ໂປ ຢູ່​ນະຄອນ ​ໂຮ່ຈີ​ມິນ. ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ແທ່ງຟອງ​ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ຂົງ​ເຂດ​ທີ່​ບໍລິສັດ Sembcorp Development ມີ​ທ່າ​ແຮງ​ຄື: ກໍ່ສ້າງ​ນະຄອນ​ຂຽວ, ສະອາດ, ໝູນ​ໃຊ້​ພະລັງງານ​ຜະລິດ​ຄືນ​ໃໝ່, ພະລັງງານ​ແຮງ​ລົມ, ​ແສງຕາ​ເວັນ. ນີ້​ກໍ່​ແມ່ນ​ການ​ກຳນົດ​ທິດ​ພັດທະນາ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ບໍລິສັດ Sembcorp Development ເອົາ​ໃຈ​ໃສ່​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ນີ້. ສ່ວນ​ທ່ານ Kelvin Teo ​ໃຫ້​ຮູ້​ວ່າ: ​ໂຄງການ​ສວນ​ສາທາລະນະ​ປະດິດ​ສ້າງ ຫວຽດນາມ - ສິງ​ກະ​ໂປ ​ແມ່ນ​ສວນສາທາລະນະ​ທີ່ມີ​ສູນ​ການ​ຄ້າ, ຮັບ​ປະກັນ​ບໍລິ​ເວນ​ຄົ້ນ​ຄ້ວາ ​ແລະ ຄຸນ​ນະພາ​ບການ​ດຳລົງ​ຊີວິດດີ​ທີ່​ສຸດ​ໃຫ​​້ນັກ​ຊ່ຽວຊານ, ນັກ​ວິທະຍາສາດ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​ວິທະຍາສາດ. ສວນສາທາລະນະ​ປະດິດ​ສ້າງ ຫວຽດນາມ - ສິງ​ກະ​ໂປ ຈະ​​ເຕົ້າ​ໂຮມ​ບັນດາ​ນັກ​ຊ່ຽວຊານ​ຫຼາຍ​ຂະ​ແໜງ​ຂອງ​ໂລກ​ເຂົ້າ​ຄົ້ນ​ຄ້ວາ, ປະດິດສ​້າງ ​ແລະ ພັດທະນາ​ບັນດາຜະລິດ​ຕະພັນ​ໃໝ່. ທ່ານ Kelvin Teo ຢັ້ງຢືນ​ວ່າ: ​ໂຄງການ​ນີ້​ສຳ​ເລັດ​ຈະ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ນະຄອນ ​ໂຮ່ຈີ​ມິນ, ພ້ອມ​ທັງ​ດຶງ​ດູດ​ນັກ​ລົງທຶນ​ໃນ​ຂົງ​ເຂດ​​ເຕັກ​ໂນ​ໂລ​ຢີສູງ, ປະກອບສ່ວນ​ໃຫ້​ແກ່ການ​ພັດທະນາ​ຂອງ​ນະຄອນ.


ຂ່າວ/ບົດ​ອື່ນ