ສິງກະໂປແລະມຽນມາເພີ່ມທະວີການຮ່ວມມື2ຝ່າຍ

ສິງກະໂປແລະມຽນມາເພີ່ມທະວີການຮ່ວມມື2ຝ່າຍ - ảnh 1
ທ່ານລັດຖະມົນຕີວ່າການກະຊວງການຄ້າ ແລະ ອຸດສາຫະກຳ
ສິງກະໂປ Lim Hng Kiang (ພາບ: topnews)


(vovworld) - ວັນ​ທີ 6/7, ​ສິງກະ​ໂປ ​ແລະ ມຽນມາ ​​ຈັດ​ຕັ້ງວາລະ​ປະຊຸມ​ຄະນະ​ກຳມະການ​​ເຮັດ​ວຽກ​ຂັ້ນ​ລັດ​ຖະມົນຕີ (JMWC) ຄັ້ງ​ທີ 5 ຢູ່ ຢາງ​ກຸງ. ວາລະ​ປະຊຸມ​ຄັ້ງ​ນີ້​​ສຸມ​ໃສ່​ປຶກສາ​ຫາລື 3 ຂົງ​ເຂດ ​ເຊິ່ງທັງ 2 ຝ່າຍ​ຕ່າງກໍ​ເອົາ​ໃຈ​ໃສ່ນັ້ນ​ແມ່ນ: ການ​ຄ້າ - ການ​ລົງທຶນ, ການ​ເງິນ ​ແລະ ນິຕິ​ກຳ​. ກ່ຽວ​ກັບ​ດ້ານ​ການ​ຄ້າ - ການ​ລົບງທຶນ, ​ແຈ້ງ​ການ​ຢືນຢັນ​ວ່າ: ການ​ພົວພັນ​ດ້ານ​ເສດຖະກິດ 2 ຝ່າຍລະຫວ່າງ 2 ປະ​ເທດ​ ນັບ​ມື້​ນັບ​ພັດທະນາ ​ແລະ 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆ​ຄື: ມາດ​ຕະການ​ຕົວ​ເມືອງ, ການ​ຂົນ​ສົ່ງ, ​ແລກປ່ຽນ​ຜະລິດ​ຕະພັນກະ​ເສດ, ​ຂະຫຍາຍ​ການ​ເຊື່ອມ​ຕໍ່​ທາງອາກາດ ​ແລະ ພັດທະນາ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ​ໃນ​ຂົງ​ເຂດ​ການ​ເງິນ, ທະນາຄານ​ສູນ​ກາງ 2 ປະ​ເທດໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືຕິດຕາມ​ກວດກາ​ທະນາຄານ ​ແລະ ສ້າງ​ຄວາມ​ສາມາດ. ກ່ຽວ​ກັບ​ດ້ານ​ນິຕິ​ກຳ, ສິງກະ​ໂປ ​ແລະ ມຽນມາ ​ໄດ້​ເຫັນ​ດີ​ພ້ອມ​ກັນຈັດ​ຕັ້ງ​​ກອງ​ປະຊຸມ​ສຳ​ມະ​ນາ​ຫຼາຍ​ຄັ້ງ ກໍ​ຄື​ແບ່ງປັນ​ບົດຮຽນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​​ນິຕິ​ກຳ​ຂອງ​ແຕ່ລະ​ປະ​ເທດ. ຕາມ​ແຜນການ, ວາລະ​ປະຊຸມ JMWC ຄັ້ງ​ທີ 6 ຈະດຳ​ເນີນ​ຢູ່ ສິ​ງກະ​ໂປ ​ໃນ​ປີ 2016 ./.

ຂ່າວ/ບົດ​ອື່ນ