ສິ່ງທ້າທາຍ ແລະ ກຳນົດທິດເພີ່ມສະມັດຕະພາບອອກແຮງງານຫວຽດນາມ

ສິ່ງທ້າທາຍ ແລະ ກຳນົດທິດເພີ່ມສະມັດຕະພາບອອກແຮງງານຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ ຫວຽດນາມ ຕ້ອງ​ມານະ​ພະຍາຍາມ​ໃນ​ການ​ປະຕິ​ຮູບ​ເພື່ອ​ເພີມກຳລັງ​ແກ່ງ​ແຍ່ງ, ຍົກ​ສູງສະມັດພາ​ບ​ການ​ອອກແຮງ​ງານ. ຂ່າວ​ຄາວ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ທີ່​ເວທີ​ປາ​ໄສສະມັດ​ຕະພາບ​ການ​ອອກ​ແຮງ​ງານຫວຽດນາມ ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ. ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສຳມ​ະນາ, ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ເມື່ອ​ສະມັດ​ຕະພາບ​ການ​ອອກແຮງ​ງານ​ນອນ​ໃນ​ບັນດາ​ປະ​ເທດ​ຕໍ່າ​ກວ່າ​ໝູ່​ຢູ່​ພາກ​ພື້ນອາ​ຊຽນ. ຕາມ​ສາດສດາ​ຈານ ຫງວຽນ​ດິ່ງ​ກຸງ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງຫວຽດນາມ ​ໃຫ້​ຮູ້​ວ່າ.

  “​ໃນ​ຈຸດ​ເວລາ​ປະຈຸ​ບັນ, ​ເມື່ອ​ພວກ​ເຮົາ​ຫັນປ່ຽນ​ໄປ​ສູ່​ໄລຍະ​ພັດທະນາ​ໃໝ່ ຊຶ່ງຢູ່​ນັ້ນ​ສະມັດ​ຕະພາບ​ການ​ອອກແຮງ​ງານ​ຕ້ອງ​ກາຍ​ເປັນ​ກຳລັງ​ໜູນ​ພັດທະນາ. ສະມັດ​ຕະພາບ​ການ​ອອກແຮງ​ງານ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ຄວາມ​ສາມ​າດ​ແກ່ງ​ແຍ່ງ. ສິ່ງ​ດັ່ງກ່າວ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​​ໃນ​ການ​ປະຕິ​ຮູບ ​ເພື່ອ​ໃຫ້​ພວກ​ເຮົາ​ສ້າງ​ກຳລັງ​ດັນ ບັງຄັບ​ໃຫ້​ພວກ​ເຮົາ​ຕ້ອງ​ເພີ​່ມສະມັດ​ຕະພາບ​ອອກແຮງ​ງານ, ​ເພີ່ມ​ກຳ​ລັງ​ແກ່ງ​ແຍ່ງ​ເພື່ອບັນລຸ​ລະດັບ​ເຕີບ​ໂຕຊຶ່ງ​ເປັນ​ການ​ດີກ​ວ່າການ​ເປີດ​ກວ້າງການ​ໃຊ້​ຈ່າຍ, ຂຸດ​ຄົ້ນ​ຊັບພະຍາກອນ”

ຂ່າວ/ບົດ​ອື່ນ