ສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນໍ້າ ຈະບັນລຸລະດັບສະຖິຕິໃໝ່ດ້ວຍມູນຄ່າ 40 ຕື້ USD

(VOVWORLD) -ໃນປີ 2018 ນີ້, ຜະລິດຕະພັນກະເສດ ແລະ ສິນໃນນໍ້າສົ່ງອອກ ຈະບັນລຸລະດັບສະຖະຕິໃໝ່ດ້ວຍ 40 ຕື້ USD.

ສົ່ງອອກຜະລິດຕະພັນກະເສດ ແລະ  ສິນໃນນໍ້າ ຈະບັນລຸລະດັບສະຖິຕິໃໝ່ດ້ວຍມູນຄ່າ 40 ຕື້ USD - ảnh 1ການຫຸ້ມຫໍ່ເຂົ້າສານເພື່ອສົ່ງອອກຢູ່ບໍລິສັດ Song Hau Food ຢູ່ນະຄອນເກີນເທີ

(ພາບ:Vu Sinh/TTXVN )

ຕາມການສະຖິຕິແລ້ວ, ຜ່ານ 7 ເດືອນຜ່ານມາ, ວົງເງິນສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນໍ້າບັນລຸກວ່າ 22 ຕື້ USD, ເພີ່ມຂຶ້ນ 7,8% ເມື່ອທຽບໃສ່່ໄລຍະດຽວກັນຂອງປີ 2017. ບັນດານັກຊ່ຽວຊານເສດຖະກິດຄາດຄະເນວ່າ ດ້ວຍລະດັບການເຕີບໂຕດັ່ງກ່າວ, ໃນປີ 2018 ນີ້, ຜະລິດຕະພັນກະເສດ ແລະ ສິນໃນນໍ້າສົ່ງອອກ ຈະບັນລຸລະດັບສະຖະຕິໃໝ່ດ້ວຍ 40 ຕື້ USD. ໂດຍປະກອບສ່ວນເຂົ້າໃນການພັດທະນານັ້ນ ແມ່ນລວມມີບັນດາປະເພດສິນຄ້າຄື ເຂົ້າສານ, ຜັກພືດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ... ຄາດວ່າ, ນີ້ຍັງຄົງແມ່ນບັນດາປະເພດສິນຄ້າທີ່ມີແງ່ຫວັງ ນໍາມາເຊິ່ງມູນຄ່າສົ່ງອອກສູງ ພ້ອມກັບທ່າອຽງຊົມໃຊ້ຂອງຊ່ວງເວລາທ້າຍປີ.  ການປະກອບສ່ວນພົ້ນເດັ່ນ ດ້ວຍມູນຄ່່າສົ່ງອອກທີ່ໜ້າປະທັບໃຈຂອງຂະແໜງກະສິກໍາແຕ່ຕົ້ນປີ 2018 ມາຮອດປັດຈຸບັນ ແມ່ນ ເຄື່ອງປ່າຂອງດົງ ດ້ວຍລວມຍອດມູນຄ່າສົ່ງອອກ ບັນລຸ 5 ຕື້ USD; ເຊິ່ງອາເມລິກາ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຍາມໃດກໍແມ່ນ 4 ຕະຫຼາດທີ່ນໍາເຂົ້າໄມ້ ແລະ ຜະລິດຕະພັນເຮັດດ້ວຍໄມ້ຫຼາຍທີ່ສຸດຈາກຫວຽດນາມ. ບໍ່ພຽງແຕ່ເທົ່ານັ້ນ, 04 ຕະຫຼາດດັ່ງກ່າວ ກໍແມ່ນຕະຫຼາດສົ່ງອອກສິນໃນນໍ້າແຖວໜ້າຂອງຫວຽດນາມ, ເຊິ່ງກວມເອົາ 53,5% ຍອດມູນຄ່າສົ່ງອອກສິນໃນນໍ້າ.

        ເຖິງວ່າລະດັບການເຕີບໂຕບໍ່ສູງຄືປີ 2017 ກໍຕາມ, ແຕ່ມາຮອດປັດຈຸບັນ, ປະເພດຜັກພືດໄດ້ນໍາມາເຊິ່ງມູນຄ່າສົ່ງອອກບັນລຸເຖິງ 2,3 ຕື້ USD. ຄາດວ່າ ໃນໄລຍະຈະມາເຖິງ, ເລື່ອງລົງນາມໃນສັນຍາການຄ້າເສລີສະບັບຕ່າງໆ (FTA) ຈະສ້າງເງື່ອນໄຂໃຫ້ແກ່ຂະແໜງຜັກພືດຫວຽດນາມເປີດປະຕູອອກສູ່ບັນດາຕະຫຼາດໃໝ່.

        ປັດຈຸບັນ, ບັນດາປະເພດຜະລິດຕະພັນກະເສດຂອງຫວຽດນາມ ໄດ້ສົ່ງອອກໄປຍັງ 180 ຕະຫຼາດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ