ສູ້ຊົນນຳບານເຕະຫວຽດນາມ ລອດເຂົ້າ top 10 ປະເທດອາຊີ

(VOVWORLD) -ວັນທີ 08 ທັນວາ, ກອງປະຊຸມໃຫຍ່ສະຫະພັນບານເຕະຫວຽດນາມ ຊຸດທີ 8, ອາຍຸການ 2018 – 2022 ໄດ້ດຳເນີນຢູ່ຮ່າໂນ້ຍ. ທີ່ກອງປະຊຸມໃຫຍ່, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລແຄ໊ງຫາຍ ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນບານເຕະຫວຽດນາມ ຊຸດທີ 8, ອາຍຸການ 2018 – 2022.

ສູ້ຊົນນຳບານເຕະຫວຽດນາມ ລອດເຂົ້າ top 10 ປະເທດອາຊີ - ảnh 1ກອງປະຊຸມໃຫຍ່ສະຫະພັນບານເຕະຫວຽດນາມ ຊຸດທີ 8

(ພາບ: TTXVN)

ໃນອາຍຸການຈະມາເຖິງ, ສະຫະພັນບານເຕະຫວຽດນາມ ຈະສືບຕໍ່ຍົກສູງຄຸນນະພາບບັນດາການແຂ່ງຂັນຕາມທິດ ປັບປຸງລະບົບແຂ່ງຂັນບານເຕະ; ຈັດຕັ້ງການຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່ຕາມຍຸດທະສາດພັດທະນາບານເຕະຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030. ຮອດປີ 2020 ດ້ວຍເປົ້າໝາຍນຳກິລາບານເຕະຂອງຫວຽດນາມ ໃຫ້ພັດທະນາ, ຮອດປີ 2030 ຈະນອນໃນ top 10 ປະເທດມີພື້ນຖານບານເຕະພັດທະນາແຖວໜ້າຢູ່ເຂດອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ