ສູ້ຊົນມີ 24 ຊ່ອງໂທລະພາບ, ກະຈາຍສຽງ ຮັບໃຊ້ ຊາວຫວຽດນາມ ອາໄສຢູ່ຢ່າງປະເທດ

ສູ້ຊົນມີ 24 ຊ່ອງໂທລະພາບ, ກະຈາຍສຽງ ຮັບໃຊ້ ຊາວຫວຽດນາມ ອາໄສຢູ່ຢ່າງປະເທດ - ảnh 1
(ພາບປະກອບ)

(vovworld) – ທ່ານ​ນາຍົກລັດຖະມົນຕີຫາກໍ່​ອະນຸມັດ​ຜ່ານ​ແຜນ​ຮ່າງ​ສະ​ໜອງ​ການ​ບໍລິການ​ກະຈາຍສຽງ, ​ໂທລະພາບ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ຮັບ​ໃຊ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄລຍະ 2015 – 2020. ຈຸດໝາຍ​ລະອຽດ​ຂອງ​ແຜນ​ຮ່າງ​ແມ່ນ​ຕ້ອງ​ຮັບປະກັນ​ໃຫ້​ບັນດາ​ບໍລິ​ເວນ​ຈຸດ​ສຸມ​ໄດ້​ສະໜອງ​ການ​ບໍ​ລິ​ການ​ກະຈາຍສຽງ, ​ໂທລະ​ພາບ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດດ້ວຍ​ຄຸນ​ນະພາ​ບທີ່​ເໝາະ​ສົມ, ພ້ອມ​ທັງ​ເປີດ​ກວ້າງ​ບໍລິ​ເວັນ​ສະ​ໜອງ​ການ​ກະຈາຍສຽງ, ​ໂທລະພາບທ່ີ​ມີ​ຄຸນ​ນະພາ​ບສູງ.

        ​ແຜນ​ຮ່າງ​ໄດ້​ວາງ​ອອກ​ໃນ​ໄລຍະ 2018 – 2020 ​ແມ່ນ ​ແຕ່ລະ​ປີ​ຈະ​ສະໜອງ 20 ຊ່ອງ​ໂທລະພາບ ​ແລະ 4 ຊ່ອງ​ຈະ​ຈາ​ຍສຽງ​ຮັບ​ໃຊ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ແຜນ​ຮ່າງ​ກໍ່​ໄດ້​ຮຽກຮ້ອງ​ເພີ່ມ​ທະວີ​ດ້ານ​ຄຸນ​ນະພາ​ບດ້ານ​ກວດ​ແກ້​ບັນດາ​ເນື້ອ​ໃນ​ຂອງ​ລາຍການ​ຍກະຈາສຽງ, ​ໂທລະພາບ​ຕາມ​ທິດ​ຂໍ້​ມູນ​ຂ່າວ​ໂຄສະນາ​ກ່ຽວ​ກັບ​ຜົນງານ​ຂອງ​​ກິດ​ການຈະ​ປ່ຽນ​ໃໝ່, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົ​ດໝາຍ​ຂອງ​ພັກ, ລັດ; ​ເພີ່ມ​ທະວີ​ດ້ານ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ເສດຖະກິດ​ຕ່າງປະ​ເທດ, ດຶດດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ສົ່ງ​ເສີນ​ການ​ຄ້າ, ການທ່ອງ​ທ່ຽວ ​ແລ​ະ ​ການເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ