ສູນກາງຊາວຫນຸ່ມເລີ່ມຕົ້ນຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ2018

(VOVWORLD) -ວັນທີ 2 ມິຖຸນາ, ຢູ່ ນະຄອນເຕີນອານ ແຂວງ ລອງອານ, ສູນກາງຊາວຫນຸ່ມກອມມູນິດໂຮ່ຈິມີນ ສົມທົບກັບແຂວງ ລອງອານ ຈັດຕັ້ງພິທີເລີ່ມຕົ້ນຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ 2018. 

ສູນກາງຊາວຫນຸ່ມເລີ່ມຕົ້ນຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ2018 - ảnh 1ພິທີເລີ່ມເຄື່ອນໄຫວຂະບວນການຊາວຫນຸ່ມອາສາສະໝັກລະດູແລ້ງປີ2018

ພາບ:vietnam+

ກ່າວຄຳເຫັນ ນະພິທີ, ທ່ານນາງ ເຈືອງທິມາຍ ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ ສະເຫນີ ບັນດາອົງການຈັດຕັ້ງຊາວຫນຸ່ມສືບຕໍ່ປ່ຽນໃຫມ່ເນື້ອໃນ, ວິທີການເຄື່ອນໄຫວ, ຍົກສູງລັກສະນະມືອາຊີບເພື່ອໃຫ້ຂະບວນການເຂົ້າສູ່ລວງເລິກ, ກາຍເປັນສະພາບແວດລ້ອມຝຶກແອບ, ການເຕີບໃຫຍ່ໃຫ້ແກ່ຊາວຫນຸ່ມຢ່າງແທດຈິງ. ຂະບວນການດັ່ງກ່າວແມ່ນດຳເນີນແຕ່ວັນທີ 3 ມິຖຸນາ ຮອດວັນທີ 31 ສິງຫາ ດ້ວຍເນື້ອໃນສຸມໃສ່ບັນຫາຈຳເປັນທີ່ສຸດຄື: ປົກປັກຮັກສາສິ່ງແວດລ້ອມ, ຄວາມປອດໄພຄົມມະນາຄົມ, ການກໍ່ສ້າງຕົວເມືອງສິວິໄລ…

ຕອບກັບ

ຂ່າວ/ບົດ​ອື່ນ