ສິນຄ້າຫວຽດນາມກວມເອົາອັດຕາສ່ວນໃຫຍ່ຢູ່ຕະຫລາດບຸນເຕັດປີລະກາ2017

ສິນຄ້າຫວຽດນາມກວມເອົາອັດຕາສ່ວນໃຫຍ່ຢູ່ຕະຫລາດບຸນເຕັດປີລະກາ2017 - ảnh 1
ສິນ​ຄ້າ​ຫວຽດ​ນາມ​ຮັບ​ໃຊ້​ບຸ​ນ​ເຕັດ
ພາບ:tuoitre

(vovworld)-ເພື່ອ​ກະ​ກຽມ​ໃຫ້​ບຸນ​ເຕັດ​ປີ​ລະ​ກາ 2017, ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ໄດ້​ສົ່ງ​ຜະ​ລິດ​ຕະ​ພັນ​ຫລາຍ​ປະ​ເພດ​ຮັບ​ໃຊ້​ຜູ້​ໃຊ້​ສອຍ. ສິ​ນ​ຄ້າ​ຫວຽດ​ນາມ ແມ່ນ​ການເລືອກ​ເຟັ້ນ​ຕົ້ນ​ຕໍ​ຂອງ​ຜູ້​ໃຊ້​ສອຍ. ຢູ່​ບັນ​ດາ​ຕະ​ຫລາດ, ຮ້ານ​ຊັບ​ພະ​ສິນ​ຄ້າ, ສູນ​ການ​ຄ້າ​ໃຫຍ່, ສິນ​ຄ້າ​ຫວຽດ​ນາມ ໄດ້​ວາງ​ຂາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ດ້ວຍ​ຫລາຍ​ປະ​ເພດ. ບໍ່​ພຽງ​ແຕ່​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ເທົ່າ​ນັ້ນ ຫາກ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ຫວຽດ​ນາມ ຍັງ​ໄດ້​ຜະ​ລິດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ສອຍ​ອີກ​ດ້ວຍ.

ເພື່ອ​ເພີ່ມ​ລັກ​ສະ​ນະ​ໃນ​ທ້ອງ​ຕະ​ຫລາດ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ລົງ​ທຶນ​ຕ່ອງ​ໂສ້​ການ​ຜະ​ລິດ​ໃຫມ່, ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ຄຸນ​ນະ​ພາບ​ດີ ຢ່າງ​ລຽນ​ຕິດ.

“ສິນ​ຄ້າ​ຫວຽດ​ນາມ ປະ​ຈຸ​ບັນ​ມີ​ຄຸນ​ນະ​ພາບ​ດີ​ ທັດ​ທຽບ​ກັບ​ສິນ​ຄ້າ​ຕ່າງ​ປະ​ເທດ ແລະ ລາ​ຄາ​ຖືກກວ່າ. ຂ້າ​ພະ​ເຈົ້າ​ນິ​ຍົມ​ສິ​ນ​ຄ້າ​ຫວຽດ​ນາມ ສະ​ນັ້ນ​​ໄດ້ຊື້​ເຄື່ອງ​ຂອງ​ທີ່​ຜະ​ລິດ​ພາຍ​ໃນ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ເພື່ອ​ນຳ​ໃຊ້​ໃນ​ໂອ​ກາດ​ບຸ​ນ​ເຕັດ.”

ບັນ​ດາ​ປະ​ເພດ​ສິນ​ຄ້າ​ຄື: ເຂົ້າ​ຫນົມ, ອາ​ຫານ ທີ່​ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ ປະ​ຈຸ​ບັນ​ພວມ​ຂາຍ​ຢູ່​ບັນ​ດາ​ຮ້ານ​ຊັບ​ພະ​ສິນ​ຄ້າ, ສູນ​ການ​ຄ້າ ແມ່ນ​ໄດ້​ນຳ​ໃຊ້​ລາຍ​ການ​ເຮັດ​ໃຫ້​ລາ​ຄາ​ເປັນ​ປົກ​ກະ​ຕິ.


ຕອບກັບ

ຂ່າວ/ບົດ​ອື່ນ