ສັນຍາ CPTPP, EVFTA - ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 18 ກໍລະກົດ, ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ ສັນຍາ CPTPP, EVFTA – ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ”
ສັນຍາ CPTPP, EVFTA - ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ - ảnh 1ກອງປະຊຸມສຳມະນາ “ ສັນຍາ CPTPP, EVFTA – ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ” 

ຕອນເຊົ້າວັນທີ 18 ກໍລະກົດ, ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ ສັນຍາ CPTPP, EVFTA – ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ”. ຕາມບັນດາຜູ້ຊ່ຽວຊານແລ້ວ, ກາລະໂອກາດສຳລັບຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ຂະນະທີ່ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ CPTPP ແລະ ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ EVFTA ມີຜົນສັກສິດ ແມ່ນໃຫຍ່ຫຼວງທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຊົມໃຊ້ຜົນປະໂຫຍດຈາກສັນຍາ CPTPP ນັ້ນ, ຄວາມຫຍຸ້ງຍາກທີ່ວິສາຫະກິດຕຳແຜ່ນຕັດຫຍິບຫວຽດນາມຕ້ອງຜ່ານຜ່າ ແມ່ນບໍ່ໜ້ອຍ. ທ່ານ ວູ້ດຶກຢາງ, ປະທານ ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ : “ ມີ 5 ປັດໄຈທີ່ປະຊາຄົມວິສາຫະກິດຕ້ອງຮັບຮູ້. ທີ່ 1 ແມ່ນຕ້ອງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຖ້າຫາກ ປະຊາຄົມວິສາຫະກິດບໍ່ເອົາໃຈໃສ່, ພວກເຮົາເພີກເສີຍນັ້ນ, ຈະບໍ່ມີແຫຼ່ງກຳລັງພຽງພໍເພື່ອເຄື່ອນໄຫວໄດ້. ບັນຫາທີ 2 ທີ່ສຳຄັນທີ່ສຸດ, ນັ້ນແມ່ນການຫັນປ່ຽນການຜະລິດ, ພວກເຮົາຕ້ອງເຮັດຈາກຂອດອອກແບບ, ວັດສະດຸຢູ່ພາຍໃນປະເທດ, ຈຶ່ງສາມາດຮັບເອົາຜົນປະໂຫຍດຈາກສັນຍາການຄ້ານີ້. ທີ 3 ແມ່ນຕ້ອງສ້າງລະບົບຮ່ວມສຳພັນຮ່ວມມື. ບັນຫາທີ 4 ແມ່ນຜັນຂະຫຍາຍບັນດາໂຄງການລົງທຶນຢ່າງມີປະສິດທິຜົນ.  ທີ 5 ແມ່ນຕ້ອງລົງທຶນທາງດ້ານເຕັກໂນໂລຊີ   ”

ຕອບກັບ

ຂ່າວ/ບົດ​ອື່ນ