ສັນຍາການຄ້າTPPໄດ້ຮັບການລົງນາມຢ່າງເປັນທາງການ

ສັນຍາການຄ້າTPPໄດ້ຮັບການລົງນາມຢ່າງເປັນທາງການ - ảnh 1
ສັນຍາການຄ້າTPPໄດ້ຮັບການລົງນາມຢ່າງເປັນທາງການ
(ພາບ​ປະ​ກອບ: EPA)


(vovworld) –​ ຕອ​ນ​ເຊົ້າ​ວັນ​ທີ 04/02, ຢູ່​ນະ​ຄອນ Auckland, ປະ​ເທດ​ນິວ​ຊີ​ແລນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ ເສດ​ຖະ​ກິດ​ຂອງ 12 ປະ​ເທດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ສັນ​ຍາ​​ຄູ່​ຮ່ວມ​ມືຂ້າມ​ປາ​ຊີ​ຟິກ (TPP) ໄດ້​ລົງ​ນາມໃສ່​ເອ​ກະ​ສານນີ້​ຢ່າງ​ເປັນ​ທາງ​ການ, ເປັນ​ຂີດໝາຍ​ເລື່ອງ​ບັນ​ດາ​ປະ​ເທດ​ໄດ້​ສຳ​ເລັດ​ວິ​ວັດການ​ເຈ​ລະ​ຈາ​ທັງ​ໝົດ ເພື່ອ​ສາ​ມາດ​​ເຮັດ​ລະ​ບຽບ​ການ​​ເຊັນ​ອະ​ນຸ​ມັດ​ຢູ່​ແຕ່​ລະ​ປະ​ເທດ. ທ່​ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ຫວູ​ຮຸຍ​ຮ່​ວາງ ໄດ້​ນຳ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ລັດ​ຖະ​ບານ​ຫວຽດ​ນ​າມ ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນິວ​ຊີ​ແລນ John Key, ​ໄດ້ເປັນ​ສັກ​ຂີ​ພິ​ຍານພິ​ທີ​ລົງ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ John Key ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ເປັນ​ປ​ະ​ເທດ​ຈັດ​ຕັ້ງ​ພິ​ທີ​ລົງ​ນາມ TPP ຢ່າງ​ເປັນ​ທາງ​ການ ກໍ​ຄື​ເຂົ້າ​ຮ່ວມ​ບັ​ນ​ດາ​ວິ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ TPP (ນິວ​ຊີ​ແລນ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 4 ປະ​ເທດ​ສ້າງ​ຕັ້ງ TPP). ທ່ານ​ໄດ້​ຖື​ວ່າ, TPP ໄ​ດ້​ຊ່ວຍ​​ຫັນ​ການ​ຄ້າ​ເປັນເສ​ລີ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ໃ​ຫ້​ແກ່​ການ​ແລກ​ປ່ຽນ​​ດ້ານການ​ຄ້າ​ໃນ​ທົ່ວ​ພາກ​ພື້​ນ​ອາ​ຊີ - ປາ​ຊີ​ຟິກ ແລະ ຈະ​ນຳ​ມ​າ​ເຖິງ​ບັນ​ດາ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້ 12 ປະ​ເທດ​ສະ​ມາ​ຊິກ ກໍ​ຄື​ພົນ​ລະ​ເມືອງ​ຂອງ​ບັນ​ດາ​ປະ​ເທດນີ້​ໂດຍ​ສັງ​ເຂບ.

      ພາຍ​ຫຼັງ​ພິ​ທີ​ລົງ​ນາມ​ໃນ​ວັນ​ທີ 04/02 ນີ້, ແຕ່​ລະ​ປະ​ເທດ​ຈະ​ມີ​ເວ​ລາ 2 ປີ ເພື່ອ​ປະ​ຕ​ິ​ບັດ​ບັນ​ດ​າ​ຂັ້ນ​ຕອນ​ພາຍ​ໃນ, ສຳ​ເລັດ​ລະ​ບຽບ​​ການ​ໃຫ້​ສັດ​ຕະ​ຍາ​ບັນ​ທີ່​ສະ​ພາ​ແຫ່ງ​ຊາດ ເພື່ອໃຫ້ TPP ມີ​ຜົນ​ສັກ​ສິດ. TPP ແມ່ນ​ຂ​ໍ້​ຕົກ​ລົງ​ດ້ານກາ​ນ​ຄ້າ​ເສ​ລີ​ລະ​ຫວ່າງ 12 ປະ​ເທດ​ (ລວມ​ມີ: ກາ​ນາ​ດາ, ບ​ຣຸ​ໄນ, ເມັກ​ຊີ​ໂກ, ນິວ​ຊີ​ແລນ, ເປ​ຣູ, ສິງ​ກະ​ໂ​ປ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ຫວຽດ​ນາມ), ​ເຊິ່ງໄດ້​ຮັບ​ການ​ສ້າງ​ຕັ້ງ ດ້ວຍ​ຄາດ​ໝາຍ​ຕົ້ນ​ຕໍ່​ແມ່ນ​ລົບ​ລ້າງ​ບັນ​ດາ​ພາ​ສີ ແລະ ຮົ້​ວ​ກີດ​ແຂວງ​ດ້ານ​ສິນ​ຄ້າ, ການ​ບໍ​ລິ​ການ​ຂາ​ອອກ​ຂາ​ເຂົ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ເມື່ອມີິ​ຜົນ​ສັກ​ສິດ, TPP ຈະ​ກາຍ​ເປັນ​ເຂດ​ການ​ຄ​້​າ​ເສ​ລີ​ດ້ວຍ​ພົນ​ລະ​ເມືອງ 800 ລ້ານ​ຄົນ, ກວມ​ເອົາ 30% ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ ແລະ ເກືອບ 40% ປະ​ລິ​ມານ​ເສດ​ຖະ​ກິດ​ໂລກ.

      ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV, ພາຍ​ຫຼັງ​ພິ​ທີ​ລົງ​ນາມ, ທ່ານ​ລັດ​ຖ​ະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວູ​ຮຸຍ​ຮ່​ວາງ ໃຫ້​ຮູ້​ວ່າ, 12 ປະ​ເທດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ສັນ​ຍາ TPP ໄດ້​ລົງ​ນາມ​ໃນ​ສັນ​ຍານີ້​ຢ່າງເປັນ​ທາງ​ການ​ໃນ​ວັນ​ທີ 04/02/2016 ຄື​ດັ່ງ​ຄຳ​ໝັ້ນ​ສັນ​ຍາ​ກ່ອນນີ້. ​ຫວັງ​ວ່າ, ​ສັນ​ຍາ TPP ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຖືກ​ກຳ​ນົດ​ເວ​ລາ​ໃນ​ປີ 2018.

      “ສຳ​ລັບ​ຫວຽດ​ນາມ ແລ້ວ, ເລື່ອງ​ລົງ​ນາມ​ສັນ​ຍາ TPP ອາດ​ໄດ້​ຮັບ​ຖື​ວ່າ ແມ່ນ​ຂີດ​ໝາຍ​ອັນ​ໃຫຍ່​ຫຼວງ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດກັບ​ສາ​ກົນ, ຍ້ອນນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຮົາ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່ ແລະ ມີ​ມາດ​ຖານ​ສູງ​ຄື TPP. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ໃນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​​ກັບສາ​ກົນ, ພວກ​ເຮົາ​ມີ​​ບາດ​ກ້າວເຕີ​ບ​ໃຫຍ່ກວ່າ ນັບ​ແຕ່​ເຂົ້າ​ເປັ​ນ​ສະ​ມາ​ຊິກ​ອາ​ຊຽນ ເມື່ອ​ປີ 1995. ສັນ​ຍາ TPP ຈະ​ນຳ​ມາ​​​ເຊິ່ງ ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່​ຫຼວງ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ”.

      ມີ​ການ​ຄົ້ນ​ຄວ້າ​ຫຼາຍ​​ຢ່າງ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຊີ້​ໃຫ້​ເຫ​ັ​ນ​ວ່າ, ຫ​ວຽດ​ນາມ ແມ່ນ​ປະ​ເທດ​ໄ​ດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ໝູ່ ເມື່ອ TPP ໄ​ດ້​ຮັບ​ການ​ປະ​ຕິ​ບັດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ສິນ​ຄ້າ, ດຶງ​ດູດ​ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ. ກາ​ລະ​ໂ​ອ​ກາດ​ໃຫຍ່​ຫຼວງ​ທີ່​ສຸດ​ແມ່ນກ່ຽ​ວ​ຂ້ອງ​ເຖິງ​ຂົງ​ເຂດ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ