ສັນຍາການຄ້າເສລີລະຫວ່າງຫວຽດນາມ - ລາວສ້າງເງື່ອນໄຂ ສະດວກໃຫ້ການແລກປ່ຽນການຄ້າ 2 ປະເທດ

ສັນຍາການຄ້າເສລີລະຫວ່າງຫວຽດນາມ - ລາວສ້າງເງື່ອນໄຂ ສະດວກໃຫ້ການແລກປ່ຽນການຄ້າ 2 ປະເທດ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​
ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ)


(vovworld) – ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - ລາວ ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 03/03, ຢູ່​ນະຄອນຫຼວງວຽງ​ຈັນ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະ​ຈຳ​ລາວ ​ເນື່ອງ​ໃນ​ເຫດການ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ, ສັນຍາ​ການ​ຄ້າ​ເສລີ​ໃໝ່​ລະຫວ່າງ​ຫວຽດນາມ - ລາວ ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້ການ​ແລກປ່ຽນ​ການ​ຄ້າ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ ຫວູຮຸຍ​ຮ່ວາງ ກ່າວ​ວ່າ.

        “2 ຝ່າຍ​ໄດ​້ສະຫງວນ​ບຸລິມະສິດ​ອັນ​ໃຫຍ່​ຫຼວງ​ໃຫ້​ກັນ​ນັງທັງທາງ​ດ້ານ​ຈຳນວນ, ປະ​ເພດສິນຄ້າ, ​ໄຫ້​ບຸລິມະສິດ​ດ້ານ​ພາສີ, ລະບຽບ​ການ​ຄ້າ​ຢ່າງ​ສະດວກ, ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ສິນຄ້າ​ຂອງ​ລາວ ສາມາດ​ສົ່ງ​ມາຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າ​ງ​ໄວ​ສຸດ, ສະດວກ​ທີ່​ສຸດ ​ແລະ ກົງກັນ​ຄ້າມ. ​ໃນ​ສັນຍາ​ກໍ່​ຊີ້​ແຈ້ງວ່າ, ພ້ອບກັບ​ບັນຫາ​ພັດທະນາ​ການ​ຄ້າ, 2 ຝ່າຍ​ຍັງ​ສົ່ງ​ເສີມ​ວິ​ສາ​ຫະກິດ 2 ປະ​ເທດ​ຄົ້ນຄວ້າ, ຊອກ​ຫາ​ກາ​ລະ​ໂອກາດ​ລົງທຶນ​ໃນ​ຂົງ​ເຂດ​ການ​ບໍລິການ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ​ເພີ່ມ​ຜະລິດ​ຕະພັນ​ສິນ​ຄ້າ. 2 ຝ່າຍ​ຈະ​ມີ​ທ່າ​ແຮງ​ເພີ່ມ​ປະລິມານ​ສິນຄ້າ​ສົ່ງ​ອອກ ​ແລະ ຕອບສະໜອງ​ຄວາມ​ຕ້ອງການ​ຂອງ​ທັງ 2 ປະ​ເທດ ​ແລະ ອາດ​ຈະ​ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3”.

        ​ແລະກໍ່ຕາມ​ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ​ ​ແລ້ວ, ສັນຍາ​ການ​ຄ້າ​​ໃໝ່ ທີ່​ກາ​ຫໍ່​ໄດ້​ຮັບ​ການ​ລົງ​ນາມ ​​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງໜ້າ​ໃຫ້​ທັງ 2 ປະ​ເທດ, ​ໃນ​ສະພາບ​ທີ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ພວມ​ຮັບ​ການ​ສ້າງ​ຕັ້ງ. ທ່ານລັດຖະມົນຕີ​ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ.

        “​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ສະບັບ​ໃໝ່ ​ແນ​ໃສ່​ຈຸດປະສົງ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ຄ້າ​ຂອງ 2 ປະ​ເທດ, ຍົກ​ສູ​ງຄຸນ​ນະພາ​ບຜະລິດ​ຕະພັນ​ສິນຄ້າ​, ຍົກ​ສູງ​ກຳລັງ​ແກ່ງ​ແຍ້ງຂອງ 2 ປະ​ເທດ. ​ຜ່ານ​ນັ້ນ, ວິວັດ​ການ​ເຊື່ອມ​ໂຍງ​ຈະ​ໄວ​ກວ່າ, ຕອບ​ສະໜອງ​ຄາດໝາຍ​ເຊິ່ງທັງ 2 ຝ່າຍ​ປາດ​ຖະໜາ ກໍ່​ຄື​ຮັດ​ແຄບ​ຊ່ອງ​ຫວ່າງ​​ໃນການ​ພັດທະນາ​ດ້ານ​ເສດຖະກິດກັບ​ບັນດາ​ປະ​ເທດ​ສະມາຊິກ​ເກົ່າ​ໃນ​ອາ​ຊຽນ, ພ້ອມ​ທັງ​ຮັບ​ໃຊ້​ຈຸດໝາຍ​ລວມເຊິ່ງບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ວາງ​ອອກ, ​ເມື່ອ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​”.

ຂ່າວ/ບົດ​ອື່ນ