ສັນຍາຄູ່ຮ່ວມມືຂ້າມປາຊີຟີກTPP:ກາລະໂອກາດແລະສິ່ງທ້າທາຍສຳລັບນັກທຸລະກິດແລະຄົນງານຍິງຫວຽດນາມ

ສັນຍາຄູ່ຮ່ວມມືຂ້າມປາຊີຟີກTPP:ກາລະໂອກາດແລະສິ່ງທ້າທາຍສຳລັບນັກທຸລະກິດແລະຄົນງານຍິງຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ “ສັນ​ຍາ​ຄູ​່​ຮ່ວມ​ມ​ື​ຂ້າມ​ປາ​ຊີ​ຟີກ TPP"
ພາບ:vov
(vovworld)-​ ຕອນ​ເຊົ້​າ​ສັນ 26/4 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນແມ່​ຍິງ​ຫວຽດ​ນາມ ສ​ົມ​ທົບ​ກັບ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ສັນ​ຍາ​ຄູ​່​ຮ່ວມ​ມ​ື​ຂ້າມ​ປາ​ຊີ​ຟີກ TPP: ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ນັກ​ທຸ​ລະ​ກິດ​ຍິງ ແລະ ຄົນ​ງານ​ຫວຽດ​ນາມ”. TPP ມີ ຜົນ​ກະ​ທົບ​ໂດຍ​ກົງບໍ່​ພຽງ​ແຕ່​ສຳ​ລັບ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ກຸ່ມ​ຄົນ​ງານ​ຍິງ​ຫວຽດ​ນາມ ປະ​ຈຸ​ບັນ​ອີກ​ດ້ວຍ. ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຄົນ​ງານ​ຍິງ ເປັນ​ເຈົ້າ​ການ​ໃນ​ໄລ​ຍະ​ເຊື່ອມ​ໂຍງ, ທ່ານ​ນາງ ຫງວຽນ​ທິ​ທູ​ຮ່າ, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ສະ​​ຫະ​ພັ​ນ​ໄດ້​ມີ​ຫລາຍ​ວຽກແທດ​ຈິງ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ຄົນ​ງານ​ຍິງ. ສະ​ຫະ​ພັນ ມີ​ຫລາຍ​ໂຄງ​ການ, ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍ​ກ່ຽ​ວ​ຂ້ອງ​ເຖິງ​ການ​ກະ​ທົບ​ນະ​ໂຍ​ບາຍ, ບຳ​ລຸງ​ສ້າງ​ການ​ເລີ່ມ​ດຳ​ເນີນ​ອາ​ຊີບ ແລະ ສຳ​ຜັດ​ກັບ​ແຫລ່ງ​ການ​ເງິນ, ສິນ​ເຊື່ອ, ຫນູນ​ຊ່ວຍ​ສຳ​ຜັດ​ກັບ​ຕະ​ຫລາດ, ຫນູນ​ຊ່ວຍ​ພັດ​ທະ​ນາ​ເຄືອ​ຂ່າຍ​ນັກ​ທຸ​ລະ​ກິດ​ຍິງ ແລະ ບັນ​ດາ​ການ​ເຄື່ອ​ນ​ໄຫ​ວ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ, ແມ່​ຍິງ​ຊົນ​ນະ​ບົດ ແລະ ບັນ​ດາ​ກຸ່ມ​ແມ່​ຍິງ​ອື່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ