ສັນຕະປະປາ Francis ຮຽກຮ້ອງໂລກບໍ່ຄວນເມີນເສີຍຕໍ່ຊາວອົບພະຍົບ

(VOVWORLD) - ສັນຕະປະປາ Francis ໄດ້ຕຳໜິຕິຕຽນການເພີ່ມຂຶ້ນຂອງການຂາດຄວາມສະເໝີພາບລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ ກໍ່ຄືການປະພຶດຕໍ່ໍຊາວອົບພະຍົບ, ໂດຍຖືວ່າ: ໂລກບໍ່ຄວນເມີນເສີຍຕໍ່ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ.
ສັນຕະປະປາ Francis ຮຽກຮ້ອງໂລກບໍ່ຄວນເມີນເສີຍຕໍ່ຊາວອົບພະຍົບ - ảnh 1ສັນຕະປະປາ Francis  (ພາບ: AFP/TTXVN)  

ກ່າວຄຳເຫັນໃນວັນທີ 18 ພະຈິກ ທີ່ພິທີວັນໂລກເພື່ອຄົນທຸກຍາກຄັ້ງທີ 2, ສັນຕະປະປາ Francis ຢືນຢັນວ່າ ການຂາດຄວາມສະເໝີພາບແມ່ນຕົ້ນກຳເນີດຂອງຄວາມອຶດຫິວທຸກຍາກ. ສັນຕະປະປາ Francis ຖືວ່າ: ໂລກຄວນເອົາໃຈໃສ່ເຖິງບັນດາຜູ້ທີ່ຈຳຕ້ອງປະລະເຮືອນຊານ ຫຼື ບ້ານເກີດເມືອງນອນ ຍ້ອນອະນາຄົດທີ່ບໍ່ໝັ້ນຄົງ.

       ປີ 2017, ສັນຕະປະປາ Francis ໄດ້ຕັດສິນຈັດຕັ້ງພິທີວັນໂລກເພື່ອຄົນທຸກຍາກຂຶ້ນໃນທຸກໆປີ. ປີ 2017 ວັນໂລກເພື່ອຄົນທຸກຍາກໄດ້ຈັດຕັ້ງໃນວັນທີ 19 ພະຈິກ 2017.

ຕອບກັບ

ຂ່າວ/ບົດ​ອື່ນ