ສິ້ນສຸດການໂຕ້ຄວາມຄະດີຟິລິບປີນຮ້ອງຟ້ອງຈີນກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ

ສິ້ນສຸດການໂຕ້ຄວາມຄະດີຟິລິບປີນຮ້ອງຟ້ອງຈີນກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1
(ພາບ​ປະ​ກອບ: tinchieu)

(vovworld) - ວັນ​ທີ 30/11, ​ຟິ​ລິບ​ປີນ ໄດ້​ສິ້ນ​ສຸດ​ສັບ​ປະ​ດາ​ໂຕ້​ຄວາມ​ຄະ​ດີ​​ປະ​ເທດນຮ້ອງ​ຟ້ອງ​ຈີນ ກ່ຽວ​​ຂ້ອງ​ເຖິງ​ບັນ​​ຫາ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຢູ່ ສານ​ກຳມະການ​ປະຈຳ​ສະຫະ​ປະຊາ​ຊາດ (PCA), ​ທີ່​ La Hay, ປະ​ເທດໂຮນ​ລັງ. ຮອງ​ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​​ຟີ​ລິບ​​ປີນ, ທ່ານ​ນາງ Abigail Valte, ໃຫ​້​ຮູ້​ວ່າ “ພວກ​ຂ້າ​ພະ​ເຈົ້າ​ໄດ້​ລາຍ​ງານ​ທັດ​ສະ​ນະສະ​ໜັບ​ສະ​ໜູນ​ຈຸດ​ປະ​ສົງ​ຕົ້​ນ​ຕໍ​ໃນ​ຄະ​ດີຮ້ອງ​ຟ້ອງ​ຂອ​ງ​ພວກ​ຂ້າ​ພະ​ເຈົ້າ​ວ່າ ເສັ້ນ​ລີ້ນ​ງົວ 9 ຕອນ​ຂອງ​ຈີນ ແມ່ນບໍ່​ມີ​ພື້ນ​ຖານຕາມກົດ​ໝາຍ​ສາ​ກົນ. ພວກ​ຂ້າພະ​ເຈົ້າ​ຫ​ວັງ​ວ່າ, ພາຍ​ຫຼັງ​ສານ​​ພິ​ພາກ​ສາ​ຄັ້ງ​ນີ້ ພ​ວກ​ຂ້າ​ພະ​ເຈົ້າ​ອາດ​​ຈະໄດ້​ຮັບ​​ຄຳ​ຕັດ​ສິນ​ຈາກ​ສານ ໃນ​ໄລ​ຍ​ະ​ປະ​ມານ 6 ເດືອນ​ຈະ​ມາ​ເຖິງ”. ຟິ​ລິບ​ປີນ ກໍ​ຮ​ຽກ​ຮ້ອງ​ໃຫ້ PCA ຮັບ​​ຮອງ​ສິດ​ຂອງ​ປະ​ເທດນີ້ ໃນ​​ບັນ​ດາ​ຂົງ​ເຂດ​ທີ່​ຂຶ້ນ​ກັບ​ຂອບ​ເຂດ 200 ໄມ້​ທະ​ເລ ​ຄິດໄລ່​​ແຕ່​ຄວາມ​ຝັ່ງທະ​ເລ​ຂອງ​ຟີ​ລິບ​ປີນ ຕາມ​ບັນ​ດາ​ຂໍ້​ມາດ​ຕາ​ຂອງ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS).

ຂ່າວ/ບົດ​ອື່ນ