ສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ APEC

(VOVWORLD) -ວັນທີ 25 ສິງຫາ, ຢູ່ນະຄອນເກີນເທີ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໋ວກແຢງ ໄດ້ເປັນປະທານກອງປະຊຸມຂ່າວສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ

ສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ APEC - ảnh 1 ກອງປະຊຸມຂ່າວສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ

(ພາບ: TTXVN)

ແລະ ເຈລະຈານະໂຍບາຍຂັ້ນສູງກ່ຽວກັບການ ຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມທ່ານຮອງລັດຖະມົນຕີ ເລກ໋ວກແຢງ ແລ້ວ, ການເຈລະຈາຄ້ຳປະກັນດ້ານສະບຽງອາຫານຄັ້ງນີ້ ໄດ້ຮັບຮອງເອົາເອກະສານມີຄວາມໝາຍສຳຄັນ 3 ສະບັບ, ລວມມີແຜນການກະທຳປະຕິບັດກອບໂຄງການຫຼາຍປີຂອງ APEC ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດ; ແຜນການເຄື່ອນໄຫວປະຕິບັດກອບຍຸດທະສາດ APEC ກ່ຽວກັບການພັດທະນາຊົນນະບົດ - ຕົວເມືອງ ແບບຍືນຍົງເພື່ອເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ການເຕີບໂຕດ້ານຄຸນນະພາບ. ຖະແຫຼງການ ເກີນເທີ ກ່ຽວກັບການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ ໄດ້ເນັ້ນໜັກວ່າ, ການຄ້ຳປະກັນດ້ານສະບຽງອາຫານຈະສືບຕໍ່ແມ່ນບັນຫາສຳຄັນສຳລັບປະຊາຄົມສາກົນເວົ້າລວມ ແລະ ພາກພື້ນ APEC ເວົ້າສະເພາະ, ກໍຄືບົດບາດສຳຄັນຂອງພື້ນຖານເສດຖະກິດ APEC ໃນລະບົບມູນຄ່າຄືໃນປະຈຸບັນ ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ