ສິ້ນສຸດມື້ເຮັດວຽກທີ່ 2 ຂອງກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ສິ້ນສຸດມື້ເຮັດວຽກທີ່ 2 ຂອງກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1
ສິ້ນສຸດມື້ເຮັດວຽກທີ່ 2 ຂອງກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
(ພາບ: TTXVN)

(vovworld) - ​ວັນ​ທີ 19/02, ມື້​ເຮັດ​ວຽກ​ທີ່2ຂອງກອງ​ປະ​ຊຸມ​ຄັ້ງ​ທີ 1 ບັນ​ດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (SOM 1) ແລະ ບັນ​ດາ​ກອງ​ປະ​ຊຸ​ມ​ທີ່​ກ່​ຽ​ວ​ຂ້ອງ, ສືບ​ຕໍ່​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ 10 ກຸ່ມ​ປະ​ຕິ​ບັດ​ວຽກ​ງານ ແລະ ອະ​ນຸ​ກຳ​ມະ​ການ APEC ໃນ​ບັນ​ດາ​ຂົງ​ເຂດທີ່​ເໝາະ​ສົມ​, ເຊິ່ງ​ຖືກດຳ​ເນີນ​ຢູ່ ຍາ​ຈາງ ໃນ​ລະ​ຫວ່າງວັນ​ທີ 18/02 – 03/03. ບັນ​ດາ​ບັນ​ຫາ​ທີ່​ໄດ​້​ຍົກ​ອອກ​ມາ​ເພື່ອ​ປຶກ​ສາ​ຫາ​ລື​ລວມ​ມີ: ການ​ຮັບ​ມື​ກັບ​ສະ​ພາບ​ການ​ຮີບ​ດ່ວນ (EPWG), ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ (HRDWG), ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະ ຫັນ​ເປັນ​ກະ​ຈ່າງ​ແຈ້ງ (ACRWG), ກຸ່ມ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບຊັບ​ສິນທາງ​ປັນ​ຍາ (IPEG)…

        ພາຍ​ຫຼັງ​ເຮັດ​ວຽກ​​ມາເປັນ​ເວ​ລາ 2 ວັນ, ກ​ອງ​ປະ​ຊຸມ​ຂອງ​ບັນ​ດາ​ກຸ່ມ​​ກ່ຽວ​ກັບ​ການຮັບ​ມື​ກັບ​ສະ​ພາບ​ການ​ຮີບ​ດ່ວນ, ນັກ​ຊ່ຽວ​ຊານ​ກ່ຽວ​ກັບຊັບ​ສິນທາງ​ປັນ​ຍາ, ຄູ່​ຮ່ວມ​ມື​ນະ​ໂຍບ​າຍ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແ​ລະ ຫົວ​ຄິດ​ປະ​ດິດ​ສ້າງ ແລະ ການເຈ​ລະ​ຈາ​ກ່ຽວ​ກັບ​ທາດ​ເຄ​ມີ ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ ດ້ວຍ​ບັນ​ດາ​ໝາກ​ຜົນ​ຢ່າງ​ແທ​້​ຈິງ. ໃນ​ຂະ​ນະ​ນັ້ນ, ທີ່​ບັນ​ດາກ​ອງ​ປະ​ຊຸມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະ ຫັນ​ເປັນ​ກະ​ຈ່າງ​ແຈ້ງ, ກອງ​ປະ​ຊຸມ​ຂ​ອງ​ກຸ່ມ​ນັກ​ຊ່ຽວ​ຊານ​ກ່ຽ​ວ​ກັບ​ການ​ຕ້ານ​ການ​ຂຸດ​ຄົ້ນ​ໄມ້ຢ່າງ​ຜິດ​ກົດ​ໝາຍ ແລະ ການ​ຄ້າ​ກ່ຽວ​ຂ້ອງ, ບັນ​ດາ​ຜູ້​ແທນ​ສືບ​ຕໍ່​ແລກ​ປ່ຽນ​ເນື້ອ​ໃນ​ສຳ​ຄັນ​ຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຊຸກ​ຍູ້ການ​ຮ່ວມ​ມື APEC ແລະ ໄດ້​ເປັນ​ເອ​ກະ​ພາບ​​ຕໍ່ບັນ​ດາບ​ຸ​ລິ​ມະ​ສິດ​ຮ່ວ​ມ​ມື​ຂອງກ​ຸ່ມ​ໃນ​ປີ 2017.

        ແລະ​ກໍ່​ໃນ​ວັນ​ທີ 19/02, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອະ​ນຸ​ກຳ​ມະ​ການ​ມາດຕະ​ຖານ ແລະ ​ຖືກ​ກັບ​ມາດ​ຕະ​ຖານ (SCSC) ໄດ້​ເລີ່ມ​ເຄື່ອ​ນ​ໄຫວ; ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ທີ່​ກົມ​ກ່ຽວຂອງ​ເວ​ທີ​ປາ​ໄສວິ​ທະ​ຍາ​ສາດ​ຊີ​ວິດ​ການ​ເປັ​ນ​ຢູ່ ແລະ ​ການປ່ຽນ​ໃໝ່ (LSIF) ກໍ​ເລີ່ມ​ຕົ້ນ​ກ​້າວ​ເຂົ້າ​ສູ້ມື້​ເຮັດ​ວ​ຽກ​ທ​ຳ​ອິດ. ດ້ວຍ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ ແລະ ເປັນ​ເຈົ້າ​ການປະ​ກອບຄຳ​ເຫັນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ລວມ​.

ຂ່າວ/ບົດ​ອື່ນ