ສິ້ນສຸດລາຍການ “ລະດູບານໃຫມ່ເຂດທະເລໝູ່ເກາະ”ຢູ່ແຂວງແຄງຮ່ວາ

ສິ້ນສຸດລາຍການ “ລະດູບານໃຫມ່ເຂດທະເລໝູ່ເກາະ”ຢູ່ແຂວງແຄງຮ່ວາ - ảnh 1
ບັນ​ດາ​ນັກ​ຮົບ​ເຂົ້າ​ຮ່ວມ​ລາຍ​ການ​ແຕ້ມ​ຕົວ​ຫນັງ​ສື
ພາບ:baokhanhhoa.com

(vovworld)- ລາຍ​ການ “ລະ​ດູ​ບານ​ໃຫມ່​ເຂດ​ທະ​ເລ​ໝູ່​ເກາະ” ໂດຍ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ​ໂຮ່​ຈິ​ມີນ​ຈັດ​ຂຶ້ນ​ຢູ່ ກາມ​ແຣງ ແຂວງ ແຄງ​ຮ​ວ່າ ແຕ່​ວັນ​ທີ 10-12/1/2017. ເຂົ້າ​ຮ່ວມ​ລາຍ​ການ​ດັ່ງ​ກ່າວ ມີ​ນັກ​ສິ​ລະ​ປິນ, ຊາວ​ຫນຸ່ມ​ຮັບ​ຮ້ອຍໆ​ຄົນ ພ້ອມ​ກັບ​ພະ​ນັກ​ງານ, ທະ​ຫານ​ເຮືອກວ່າ 3000 ຄົນ ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ຫໍ່​ເຂົ້າ​ຕົ້ມ, ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ, ມອບ​ຂອງ​ຂວັນ​ບຸນ​ເຕັດ, ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ລູກ​ຫລານ​ພະ​ນັກ​ງານ, ນັກ​ຮົບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ 50 ທຶນ. ໃນ​ໂອ​ກາດນີ້, ບັນ​ດາ​ນັກ​ຮ້ອງ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ​ກໍ​ໄດ້​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ເຂດ​ທະ​ເລ​ໝູ່​ເກາະ, ຍ້ອງ​ຍໍ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ເທດ​ຊາດ. ພັນ​ໂທ ຫງວຽນ​ຫືວ​ມີງ, ກຳ​ມະ​ການ​ການ​ເມືອງກອງ​ພັ​ນ​ນ້ອຍ​ກຳ​ປັ່ນ​ດຳ​ນ້ຳ 189 ໃຫ້​ຮູ້​ວ່າ:

“​ເລື່ອງ​ຈັດລາຍ​ການ ລະ​ດູ​ບານ​ໃຫມ່​ເຂດ​ທະ​ເລ​ໝູ່​ເກາະ ໄດ້ສະ​ແດງ​ໃຫ​້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປ​ະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນ ທີ່​ມີ​ຕໍ່​ນັກ​ຮົບ, ເປັນ​ການ​ລະ​ດົມ​ກຳ​ລັ​ງ​ໃຈ​ທະ​ຫານ​ມີ​ຄວາມ​ຕັດ​ສິນ​ໃຈ​ກວ່າ​ໃນ​ການ​ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ, ສູ້​ຊົນ​ເພື່ອ​ສຳ​ເລັດ​ຫນ້າ​ທີ່, ສ້າງ​ບັນ​ຍາ​ກາດ​ເພື່ອ​ໃຫ້​ທະ​ຫານ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ.”


ຕອບກັບ

ຂ່າວ/ບົດ​ອື່ນ