ສິນໃນນ້ຳຫວຽດນາມມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ຕະຫຼາດເອີລົບ

ສິນໃນນ້ຳຫວຽດນາມມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ຕະຫຼາດເອີລົບ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 25/04, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ໃນ​ນ້ຳ​ທົ່ວ​ໂລກ ຄັ້ງ​ທີ 25 ຢູ່​ແບນ​ຊິກ, ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ - ຊາຍ​ຄາ​ລວມ​ຂອງ​ສິນ​ໃນ​ນ້ຳ​ອາ​ຊ​ີ” ເພື່ອ​ແນ​ໃສ່​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ຄຸນ​ນະ​ພາບ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ​ຫວຽດ​ນາມ ສຳ​ລັບ​ລູກ​ຄ້າ​ເອີ​ລົບ ແລະ ໂລກ. ​ງານ​ວາງ​ສະ​ແດງ​ສິນ​ໃນ​ນ້ຳ​ທົ່ວ​ໂລກ 2017, ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 – 27/04, ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ (VASEP) ໄດ້​ວາງ​ສະ​ແດງ​ບັນ​ດາ​ສິນ​ຄ້າ​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ​ຄື: ປາ​ຈາ, ກຸ້ງ, ປາ tilapia…. ເນື່ອງ​ໃນ​ໂອ​ກາດນີ້, VASEP ຈັດ​ຕັ້ງ​ການ​ປະ​ຊຸມ​​ຂ່າວກ່ຽວ​ກັບ​ປາ​ຈາ ໃນ​ຊຸມມື້​ທຳ​ອິດ​ຂອງ​ງານ​ວາງ​ສະ​ແດງ ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ, ຈະ​ແຈ້ງ ແລະ ຊັດ​ເຈນ​ກ່ຽວ​ກັບ​ສະ​ພາບ​ການ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ປາ​ຈາ​ຫວຽດ​ນາມ ໃຫ້​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

ຕອບກັບ

ຂ່າວ/ບົດ​ອື່ນ