ສືບຕໍ່ກອງປະຊຸມເທື່ອທີ 14 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ສືບຕໍ່ກອງປະຊຸມເທື່ອທີ 14, ຕອນເຊົ້າວັນທີ 20 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳເຫັນກ່ຽວກັບເລື່ອງເຂົ້າຮ່ວມສົນທິສັນຍາ ອິດຕານບູນ 1990 ກ່ຽວກັບລະບອບຄຸ້ມຄອງສິນຄ້າຊົ່ວຄາວ. 

ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຕີລາຄາເລື່ອງເຂົ້າຮ່ວມສົນທິສັນຍາ ອິດຕານບູນ ຈະອຳນວຍຄວາມສະດວກໃຫ້ແກ່ການຄ້າສາກົນ ແລະ ຫັນບັນດາລະບຽບການຄຸ້ມຄອງຊົ່ວຄາວໃຫ້ກົມກຽວ, ຊ່ວຍອົງກອນຄຸ້ມຄອງ ຄວບຄຸມສິນຄ້ານຳເຂົ້າຊົ່ວຄາວ, ສົ່ງອອກຄືນໃໝ່ ແລະ ສົ່ງອອກຊົ່ວຄາວ, ນຳເຂົ້າຄືນໃໝ່ເປັນຢ່າງດີ. ກ່າວຄຳເຫັນສະຫລຸບເນື້ອໃນດັ່ງກ່າວ, ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ ຄະນະປະຈຳສະພາແຫ່ງຊາດ ເຫັນດີຕໍ່ຂໍ້ສະເໜີຂອງລັດຖະບານກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ ອິດຕານບູນ ກ່ຽວກັບການຄຸ້ມຄອງສິນຄ້າຊົ່ວຄາວ.

        ແລະກໍ່ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳເຫັນກ່ຽວກັບຂໍ້ສະເໜີເຊັນບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດ ສັນຍາເພື່ອອຳນວຍຄວາມສະດວກແກ່ການບັນທຸກຜູ້ໂດຍສານ ແລະ ຂົນສົ່ງສິນຄ້າໄປມາຜ່ານຊາຍແດນລະຫວ່າງບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຕີລາຄາສູງຮ່າງບົດບັນທຶກຊ່ວຍຈຳ ທີ່ບໍ່ຜິດກັບຂໍ້ກຳນົດຂອງລັດຖະທຳມະນຸນປີ 2013 ແລະ ເໝາະສົມກັບຂໍ້ກຳນົດຂອງກົດໝາຍ ຫວຽດນາມ ໂດຍພື້ນຖານ.


ຕອບກັບ

ຂ່າວ/ບົດ​ອື່ນ