ສືບຕໍ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະອາເມລິກາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຢ້ຽມຢາມອາເມລິກາຢ່າງເປັນທາງການ ແຕ່ວັນທີ 29-31 ພຶດສະພາປີ 2017 ຕາມຄຳເຊີນຂອງປະທານາທິບໍດີ ອາເມລິກາ Donald Trump. 
ສືບຕໍ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະອາເມລິກາ - ảnh 1  ທ່ານ Walter Lohman  ຜູ້ອຳນວຍການສູນຄົ້ນຄ້ວາ ອາຊີ ຂຶ້ນກັບ ກອງທຶນມໍລະດົກ (Heritage Foudation)

ນີ້ແມ່ນການຢ້ຽມຢາມ ອາເມລິກາ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງຫວຽດນາມ, ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຮູບຫລາຍແບບ, ຫລາຍຝ່າຍ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍບັນດາໝາກຜົນບັນລຸໄດ້ ແລະ ຊຸກຍູການພົວພັນຮ່ວມມື ຫວຽດນາມ ແລະ ອາເມລິກາ ກວ່າອີກ.

        ບັນດາຜູ້ຊ່ຽວຊານ ອາເມລິກາ ໄດ້ໃຫ້ຂໍ້ສັງເກດວ່າ: ການຢ້ຽມຢາມນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍສຳຜັດກັບບັນດານະໂຍບາຍ, ຄວາມຕ້ອງການ ແລະ ຄວາມເອົາໃຈໃສ່ເຊິ່ງກັນແລະກັນ ກໍຄືສ້າງແຜນໃຫ້ບັນດາການເຄື່ອນໄຫວຮ່ວມມືໃນອະນາຄົດ. ທ່ານ Walter Lohman  ຜູ້ອຳນວຍການສູນຄົ້ນຄ້ວາ ອາຊີ ຂຶ້ນກັບ ກອງທຶນມໍລະດົກ (Heritage Foudation) ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຄິດວ່າ ນີ້ແມ່ນຈຸດເວລາສຳຄັນສຳລັບການພົວພັນ ຫວຽດນາມ - ອາເມລິກາ ຂະນະທີ່ການຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ດຳເນີນໃນສະພາບປະເທດ ອາເມລິກາ ມີປະທານາທິບໍດີຄົນໃຫມ່. ສອງຝ່າຍ ພວມພະຍາຍາມຊອກຮູ້ຄວາມສົນໃຈຂອງແຕ່ລະປະເທດ. ສິ່ງສຳຄັນຫນຶ່ງອີກ ນັ້ນແມ່ນພວກຂ້າພະເຈົ້າໄດ້ຕ້ອນຮັບການນຳອາຊີຕາເວັນອອກສ່ຽງໃຕ້ ຜູ້ທຳອິດ ມາຢ້ຽມຢາມ ອາເມລິກາ ພາຍໃຕ້ອຳນາດການປົກຄອງໃຫມ່.”

ບັນດາຜູ້ຊ່ຽວຊານອາເມລິກາ ມີຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຢ່າງແຮງໃນຊຸມປີຈະມາເຖິງ ແລະ ນັບແຕ່ນີ້ຮອດທ້າຍປີ ເມື່ອປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຢູ່ ຫວຽດນາມ, ສອງປະເທດຈະບັນລຸໄດ້ບັນດາບັນຫາລະອຽດໃນການພົວພັນ ແລະ ຮ່ວມມືສອງຝ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ