ສືບຕໍ່ຊອກເຫັນຫລາຍຊາກສົບໃນເຮືອບັກSEAWOLຂອງສເກົາຫລີຖືກຈົມນ້ຳ

ສືບຕໍ່ຊອກເຫັນຫລາຍຊາກສົບໃນເຮືອບັກSEAWOLຂອງສເກົາຫລີຖືກຈົມນ້ຳ - ảnh 1
ຜູ້​ໂດຍສານ​ 253 ຄົນ ພວມ​ຖືກ​ຫາຍ​ສາບ​ສູນໃນອຸປະຕິເຫດ
ພາບ:internet


 (vovworld)- ພາຍຫລັງ 5 ມື້​ທີ່​ເຮືອ​ບັກ Seawol ສອງ ສ​ເກົາຫລີ​ຖືກ​ຈົມ​ນ້ຳ​ຢູ່​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສຽ່ງ​ໃຕ້​ຂອງ​ປະ​ເທດ​ນີ້ ຄວາ​ມຫວັງ​ຊອກ​ເຫັນ​ບັນດາ​ຜູ້​ຖືກ​ຫາຍ​ສາບ​ສູນ​ພວມ​ຄ່ອຍໆ​ຫລຸດ​ນ້ອຍ​ຖອຍ​ລົງ​. ກຳລັງ​ກູ້​​ໄພ​ກູ້​ຊີບ ​ໄດ້​ຊອກ​ເຫັນ 49 ​ຊາກ​ສົບ​ ​ໃນ​ຂະນະ​ທີ່ ຜູ້​ໂດຍສານ​ອື່ນ 253 ຄົນ ພວມ​ຖືກ​ຫາຍ​ສາບ​ສູນ. ບັນ​ດາ​ເຈົ້າ​ຫນ້າ​ທີ່​ໃຫ້​ຮູ້​ວ່າ: ຕອນ​ຄຳ່​ວັນ​ທີ 18/4,  ບັນດາ​ນັກ​ດຳ​ນ້ຳ​ໄດ້​ເຂົ້າ​​ເບື້ອງ​ໃນ​ຂອງ​ເຮືອ​ບັກ​ລຳ​ດັ່ງກ່າວ ​ແລະ ຊອກ​ເຫັນ​ຕື່ມ​ອີກ 16 ຊາກ​ສົບ.  ກຳລັງ​ກູ້​ໄພ​ກູ​້ຊີບ ພວມ​ສຸມ​ໃສ​່ຊອກ​ຫາຜູ້​ໂດຍສານ​ທີ່​ພວມ​ຖືກຕິດ​ຄ້າງ​ໃນ​ເຮືອ​ບັກ​ລຳ​ນີ້, ​ແຕ່​ຄື້ນທະ​ເລ​ຮ້າຍ​ແຮງ​ໄດ້​ກໍ່​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ.  ປະຈຸ​ບັນ ມີ​ນັກ​ດຳ​ນ້ຳ​ປະມານ 500 ຄົນ ​ພ້ອມ​ກັບ​ກຳ​ປັ່ນ​ກູ້​ໄພ​ກູ້​ຊີບ 204 ລຳ ​ແລະ ​ເຮືອບິນ​​ເອລີກອບ​ແຕ 34 ລຳ​ພວມ​ເຄື່ອນ​ໄຫວ​ຊອກ​ຫາບ​ັນດາ​ຜູ້​ຖື​ກຫາຍ​ສາບ​ສູນ. ວັນ​ທີ 18/4, ກັບຕັນ ​ແລະ ລູກ​ເຮືອ 2 ຄົນ​ຂອງ​​ເຮືອ​ບັກ​ດັ່ງກ່າວ ຖືກ​ຈັບ​ຕົວ ຍ້ອນ​ລະ​ເລ​ີຍ​ໃນ​ການ​ປະຕິບັດ​ຫນ້າ​ທີ່ ​ແລະ ລະ​ເມີດ​ກົດໝາຍ​ການ​ເດີນ​ທະ​ເລ.

ກ່ຽວຂ້ອງ​ເຖິງ​ອຸປະຕິ​ເຫດ​ດັ່ງກ່າວ, ວັນ​ທີ 18/4, ສະຖານທູດ​ຫວຽດນາມ ປະຈຳ ສ​ເກົາຫລີ ​ໄດ້​ຮັບ​ຮູ້​ວ່າ: ມີ​ຊາວ​ຫວຽດນາມ ຜູ້​ຫນຶ່ງ​ນອນໃນ​ຈຳນວນ​ຜູ້​ຖືກ​ຫາຍ​ສາບ​ສູນ ພາຍຫລັງ​ທີ່ມີ​ເດັກ​ຍິງຄົນ​ຫນຶ່ງ ມີ​ຊື່ວ່າ: Kwon Ji yeon, ອາຍຸ 5 ປີ, ຜູ້​ໂດຍສານ​ອາຍຸນ້ອຍ​ສຸດ​ໄດ້​ກູ້​ເອົາ​ຊີວິດ. ​ເດັກ​ຍິງ​ຄົນ​ນີ້ ​ແມ່ນ​ລູກ​ຂອງ​ຄອບຄົວ​ທີ່​ມີ​ແມ່​ເປັນ​ຊາວ​ຫວຽດນາມ ມີ​ຊື່ວ່າ ຟານ​ງອກ​ແທງ, ບ້ານ​ເກີດ​ເມືອງ​ນອນ​ຢູ່​ແຂວງ ກາ​ເມົາ, ພໍ່​ເປັນ​ຊາວ ສ​ເກົາຫລີ. ປະຈຸ​ບັນ ອົງການ​ກົງ​ສູນ​ຫວຽດນາມ​ປະຈຳ ສ​ເກົາຫລີ ​ໄດ້​ສົ່ງ​ພະນັກງານ​ລົງ​ບ່ອນ​ເກີດ​ອຸປະ​ຕິ​ເຫດ​ເພື່ອ​ກຳ​ສະພາບ​ການ, ຫນູນ​ຊ່ວຍ​ໃຫ້​ຄອບຄົວ​ເອື້ອຍ ຟານ​ງອກ​ແທງ ພ້ອມ​ທັງ​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຄອບຄົວ ​ແລະ ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ, ອົງການ​ຕຳ​ຫລວດ​ປ້ອງ​ກັນ​ທະ​ເລ​ຂອງ ສ​ເກົາຫລີ ​ເພື່ອ​ສືບ​ຕໍ່​ແກ້​ໄຂ​ກໍ​ລະ​ນີດັ່ງກ່າວ.

 

ຂ່າວ/ບົດ​ອື່ນ