ສືບຕໍ່ບັນດາວາລະປະຊຸມໃນຂອບເຂດກອງປະຊຸມ SOM2

(VOVWORLD)-ກອງປະຊຸມຄັ້ງທີສອງ ບັນດາເຈົ້າໜ້າທີ່ອາວຸໂສ (SOM2) APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກດຳເນີນຢູ່ ຮ່າໂນ້ຍ. ວາລະປຶກສາຫາລືຂອງບັນດາກຸ່ມຜູ້ແທນເຂົ້າຮ່ວມກອງປະຊຸມໃນວັນທີ 11 ພຶດສະພາ ໄດ້ສຸມໃສ່ປຶກສາຫາລືໃນຫຼາຍຂົງເຂດ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນຂົງເຂດຍົກສູງຄຸນນະພາບແຫຼ່ງແຮງງານ ໃນສັງກະລາດດີຈີຕອນ.

ສືບຕໍ່ບັນດາວາລະປະຊຸມໃນຂອບເຂດກອງປະຊຸມ SOM2 - ảnh 1ທີ່ວາລະປຶກສາຫາລື

(ພາບ: TTXVN)

ໃນການສຳມະນາກຸ່ມວຽກງານ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການສຳມະນາຂໍ້ມູນຂ່າວສານຕະຫຼາດແຮງງານຍຸກດີຈີຕອນໂດຍກະຊວງແຮງງານ, ທະ ຫານເສຍອົງຄະ ແລະ ສັງຄົມຫວຽດນາມເປັນເຈົ້າພາບຈັດຕັ້ງ, ບັນດາຜູ້ແທນຢືນຢັນວ່າຕະຫຼາດແຮງງານ, ວຽກເຮັດງານທຳພວມຜ່ານຜ່າບັນດາການຜັນປ່ຽນ  ກ່ຽວກັບໂຄງປະກອບຂະໜາດໃຫຍ່ ຍ້ອນມີຄວາມກ້າວໜ້າຂອງເຕັກໂນໂລຊີ. ບັນດາພື້ນຖານເສດຖະກິດສະມາຊິກ APEC ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃນການຕອບສະໜອງຄວາມຕ້ອງການຊັບພະຍາກອນມະນຸດຂອງພື້ນຖານເສດຖະກິດດີຈີຕອນ ຢູ່ບັນດາລະດັບຕ່າງກັນ. ຕາມທ່ານນາງ ເລກິມຢຸງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ເນັ້ນໜັກວ່າ:

        “ບັນດາສະມາຊິກຂອງບັນດາພື້ນຖານເສດຖະກິດ APEC ຈະພ້ອມກັນແບ່ງປັນບັນດານະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມໄດ້ຮັບການປັບປຸງຄືແນວໃດ, ມີວິທີສຳຜັດຄືແນວໃດ ເພື່ອຮັບປະກັນໃຫ້ຄົນງານມີວຽກເຮັດງານທຳ. ຜ່ານກອງປະຊຸມສຳມະນາຄັ້ງນີ້, ຫວຽດນາມ ກໍຫວັງວ່າ ຈະສ້າງແຜນການເຄື່ອນໄຫວເພີ່ມທະວີການຮ່ວມມືໃນ APEC ໃນຂົງເຂດວຽກເຮັດງານທຳໃນອະນາຄົດ, ບັນຫາຕະຫຼາດແຮງງານ, ບຳລຸງສ້າງວິຊາຊີບ, ຮັບປະກັນຊີວິດສັງຄົມ”.

ຕອບກັບ

ຂ່າວ/ບົດ​ອື່ນ