ສືບຕໍ່ປັບປຸງແລະພັດທະນາການພົວພັນຫວຽດນາມ-ກຳປູເຈຍ

ສືບຕໍ່ປັບປຸງແລະພັດທະນາການພົວພັນຫວຽດນາມ-ກຳປູເຈຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວ​ນ​ຟຸກ ແລະ 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ Samdec Hunsen

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ Samdec Hunsen, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວ​ນ​ຟຸກ ແລະ ພັນ​ລະ​ຍາ ພ້ອມດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​, ເປັນ​ທາງ​ການ ແຕ່​ວັນ​ທີ 24-26/4. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ກຳ​ປູ​ເຈຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ກະ​ສັດ Norodom Sihamoni, ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen ແລະ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ Say Chhum ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ  Heng Samrin.

​ເນື່ອງ​ໃນ​ໂອ​ກາດນີ້, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຊີ້​ແຈ້ງວ່າ: ສອງ​ຝ່າຍ​ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ, ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປ​ະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ​ວ້ນ​ຂອງ​ກັນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ສັນ​ຕິ​ວິ​ທີ.

        ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ,ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ສອງ​ຝ່າຍ​ມີ​ທ່າ​ແຮງຄື: ການ​ສຶກ​ສາ ບ​ຳ​ລຸງ​ສ້າງ, ການ​ຄ້າ, ການ​ບໍ​ລິ​ການ, ໂທ​ລະ​ຄົມ​ມະ​ນາ​ຄົມ, ການ​ບິນ, ທະ​ນາ​ຄານ, ນ້ຳ​ມັນ​ອາ​ຍ​ແກ​ສ, ຢາງ​ພາ​ລາ, ກະ​ສິ​ກຳ, ພະ​ລັງ​ງານ​ໄຟ​ຟ້າ. ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້​າ​ສອງ​ສົ້ນ​ບັນ​ລຸ​ລະ​ດັບ 5 ຕື້ USD.

 ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ກຳ​ປູ​ເຈຍ ແລະ ຊາວ​ກຳ​ປູ​ເຈຍ ອາ​ໄສ​ຢູ່ ຫວຽດ​ນາມ ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ ແລະ ເໝາະ​ສົມກັບ​ກົດ​ໝາຍ​ຂອງ​ແຕ່​ລະ​ປະ​ເທດ.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສອ​ງ​ຝ່າຍ​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ລະ​ງັບ​ໃຈ, ບໍ່​ນຳ​ໃຊ້ ຫລື​ນາບ​ຂູ່​ການ​ນຳ​ໃຊ້​ອາ​ວຸດ, ສອດ​ຄ​ອ່ງ​ກັບ​ບັນ​ດາ​ຫລັກ​ການ​ທີ່​ໄດ້​ຮັບ​ຮູ້​ຢ່າງກວ້າງ​ຂວາງ​ຂອງ​ກົດ​ໝາຍ​ສາ​ກົນ​ລວມ​ມື: ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).


ຕອບກັບ

ຂ່າວ/ບົດ​ອື່ນ