ສືບຕໍ່ວາລະປະຊຸມຄົບຄະນະຄັ້ງທີ12ຂອງກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ສືບຕໍ່ວາລະປະຊຸມຄົບຄະນະຄັ້ງທີ12ຂອງກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ທີ່ວາລະ​ປະ​ຊຸມຄົບ​ຄະນະ​ຄັ້ງ​ທີ 12, ​ເຊິ່ງຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/09, ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ ​ໄດ້​ກວດກາ​ບົດ​ລາຍງານ​ຂອງ​ລັດຖະບານ ກ່ຽວ​ກັບ​ສະພາບ​ການ​ຄຸ້ມ​ຄອງ​ກອງ​ທຶນ​ປ້ອງ​ກັນ, ຕ​້ານຜົນ​ຮ້າຍ​ຈາກ​ຢາສູບ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011 – 2015. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ກຳມາ​ທິການ​ສະ​ເໜີ​ຕ້ອງ​ເຮັດ​ແຈ້ງ​ສາຍ​ເຫດ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ຢ່າງ​ຊັກ​ຊ້າ​ຂອງ​ກອງ​ທຶນ​ປ້ອງ​ກັນ, ຕ​້ານຜົນ​ຮ້າຍ​ຈາກ​ຢາສູບ; ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັນ​ຄົມ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​​​ໄຫວ​ໂຄສະນາ​ກ່ຽວ​ກັບ​ການ​​ປ້ອງ​ກັນ, ຕ​້ານຜົນ​ຮ້າຍ​ຈາກ​ຢາສູບ… ກ່ຽວ​ກັບໝາກຜົນ​ການ​ປະຕິບັດ 7 ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011 – 2015, ຂຶ້ນ​ກັບ​ຂົງ​ເຂດ​ຂອງ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຮັບຜິ​ດຊອບ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາ​ດຖື​ວ່າ, ໝາກຜົນ​ບັນດາ​ໂຄງການ​ຈຸດໝາຍ​ນີ້ ມີ​ການ​ທະ​ທົບ​ໃນ​ຂອບ​ເຂດ​ກວ້າງ​ໃຫຍ່, ປະກອບສ່ວນ​​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ຊີ​ວິດສັງຄົມ​ຂອງ​ປະ​ເທດ​ຊາດ. ສຳລັບ​ບັນດາ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ຂຶ້ນ​ກັບ​ຂົງ​ເຂດ​ສາທາລະນະ​ສຸກ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສະ​ເໜີ: ຕ້ອງ​ກຳນົດ​ທິດ​ໃຫ້​ບັນດາທ້ອງ​ຖິ່ນ​ເພື່​ອປະຕິບັດ​​ໂຄງການ​ນີ້. ກ່ຽວ​ກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ​ແບບ​ຍືນ​ຍົງ, ບັນດາ​ສະມາຊິ​ກສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ: ​ໃນ​ໄລຍະ 2016 – 2020, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຕ້ອງ​ຄັດ​ເລືອກ​​ເປົ້າໝາຍ​ຮັບບຸລິມະ​ສິດ; ຕ້ອງມີ​ກົນ​ໄກ​ໃຫ້​ບັນດາ​ໂຄງການ​ສົ່ງ​ເສີມ​ຈົດ​ທະບຽນ​ຕາ​ແສງຫຼຸດພົ້ນ​ອອກ​ຈາກ​ຄວາມທຸກຍາກ, ຄອບຄົວ​ຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ຂ່າວ/ບົດ​ອື່ນ