ສືບຕໍ່ຮັບເຄື່ອງບັນເທົາທຸກຈາກອາຊຽນ ເພື່ອຊ່ວຍເຫຼືອຜູ້ຖືກຜົນສະທ້ອນຈາກພາຍຸ Damrey

(VOVWORLD) - ບັນດາເຄື່ອງບັນເທົາທຸກຂອງ ອາຊຽນ ໄດ້ສົ່ງມາເຖິງ ຫວຽດນາມ ມີຍອດມູນຄ່າ ກວ່າ 174.000 ໂດລາສະຫະລັດ.

ວັນທີ 16 ພະຈິກ, ຢູ່ສະໜາມບິນສາກົນກາມແຣງ, ແຂວງແຄ໋ງຮວ່າ, ຕາງໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ແລະ ກົມໃຫຍ່ປ້ອງກັນຕ້ານໄພທຳມະຊາດໄດ້ຮັບເຄື່ອງບັນເທົາທຸກຈາກ ອາຊຽນ ເພື່ອໜູນຊ່ວຍປະຊາຊົນບັນດາແຂວງທາງພາກກາງລວມມີ: ກວາງງາຍ, ບິ່ງດິ້ງ, ຟູອຽນ ແລະ ແຄ໋ງຮວ່າ, ທີ່ຖືກຜົນສະທ້ອນຍ້ອນພາຍຸ Damrey. ບັນດາເຄື່ອງບັນເທົາທຸກຂອງ ອາຊຽນ ໄດ້ສົ່ງມາເຖິງ ຫວຽດນາມ ມີຍອດມູນຄ່າ ກວ່າ 174.000 ໂດລາສະຫະລັດ.

        ຕາມ ທ່ານຫົວໜ້າກົມໃຫຍ່ປ້ອງກັນຕ້ານໄພທຳມະຊາດ ເຈີ່ນກວາງຮວ່າຍ ແລ້ວ, ນີ້ແມ່ນຄັ້ງທີ 2 ໃນປີ 2017, ອາຊຽນ ໄດ້ໜູນຊ່ວຍໃຫ້ບັນດາເຂດທີ່ຖືກຜົນສະທ້ອນຍ້ອນໄພທຳມະຊາດ ຢູ່ ຫວຽດນາມ, ພາຍຫຼັງການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນສະທ້ອນຍ້ອນນ້ຳປ່າໄຫຼຊຸ ແລະ ດິນເຊາະເຈື່ອນ ຢູ່ເຂດພູດອຍທາງພາກເໜືອ ໃນຕົ້ນເດືອນ ສິງຫາ ຜ່ານມາ. ການຊ່ວຍເຫຼືອນີ້ແມ່ນທັນການທີ່ສຸດຂອງປະຊາຄົມ ອາຊຽນ, ປະກອບສ່ວນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຍ້ອນຫຼັງໂດຍພາຍຸ Damrey ກໍ່ຂຶ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນນ້ຳໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະ ກັນຜ່ານຜ່າຄວາມຫຍຸ້ງຍາກຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ