ສືບຕໍ່ໄຕ້ແປວໄຟຕອບບຸນແທນຄຸນ

(VOVWORLD) - 70 ປີຜ່ານມາ, ພັກ, ລັດ ໄດ້ເສີມຂະຫຍາຍ ແລະ ຫັນບັນດາແນວຄວາມຄິດ ແລະ ທັດສະນະພື້ນຖານຂອງປະທານ ໂຮ່ຈີມິນ ໃນວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ ເປັນນະໂຍບາຍກົດໝາຍ
ສືບຕໍ່ໄຕ້ແປວໄຟຕອບບຸນແທນຄຸນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ

ວັນທີ 27 ກໍລະກົດ, ສະເຫຼີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2017). ບັນດາໜັງສືພິມສະບັບອອກໃນມື້ນີ້ລ້ວນແຕ່ມີຂ່າວ, ບົດ ແລະ ຮູບຖ່າຍກ່ຽວກັບການເຄື່ອນໄຫວ, ຕອບບຸນແທນຄຸນ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກຮົບວິລະຊົນ, ນັກຮົບເສຍສະລະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ແມ່ ຫວຽດນາມ ວິລະຊົນ, ຄອບຄົວເປົ້າໝາຍນະໂຍບາຍທີ່ໄດ້ເສຍສະຫຼະຊີວິດ, ປະກອບເລືອດເນື້ອ, ກຳລັງເຫື່ອແຮງເພື່ອພື້ນຖານເອກະລາດ, ສັນຕິພາບ ແລະ ໂຮມປະເທດຊາດເປັນເອກະພາບ. ໜ້າຫຼັກຂອງໜັງສືພິມເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ມີບົດນຳດ້ວຍຫົວຂໍ້ວ່າ “ແປວໄຟຕອບບຸນແທນຄຸນຮູ່ງແຈ້ງຕະຫຼອດໄປ”, ເນັ້ນໜັກວ່າ: 70 ປີຜ່ານມາ, ພັກ, ລັດ ໄດ້ເສີມຂະຫຍາຍ ແລະ ຫັນບັນດາແນວຄວາມຄິດ ແລະ ທັດສະນະພື້ນຖານຂອງປະທານ ໂຮ່ຈີມິນ ໃນວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ ເປັນນະໂຍບາຍກົດໝາຍ, ເປັນລາຍການ, ຂະບວນການສະແດງຄວາມຮູ້ບຸນຄຸນ, ໜູນຊ່ວຍ, ຊ່ວຍເຫຼືອຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງລະອຽດ.

ດ້ວຍຫົວຂໍ້ “ນ້ຳໃຈ ແລະ ຄວາມຮັບຜິດຊອບທີ່ສັກກະລະບູຊາ”, ບົດນຳຂອງໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ) ໄດ້ຊີ້ແຈ້ງບັນດາການອຸດທິດສ່ວນ, ເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງພໍ່ແມ່ປະຊາຊົນ, ນັກຮົບຕໍ່ປະເທດຊາດ. ບົດຂຽນໄດ້ເນັ້ນໜັກວ່າ: ນະໂຍບາຍບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຍາມໃດກໍ່ໄດ້ຖືເປັນສຳຄັນແຖວໜ້າໃນລະບົບນະໂຍບາຍສັງຄົມ, ພ້ອມທັງເອົາໃຈໃສ່ສຶກສາສະຕິຄວາມຮັບຜິດຊອບ, ໜ້າທີ່ຂອງພົນລະເມືອງ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມທີ່ມີຕໍ່ບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ