ສັບປະດາ ຟິມຮູບເງົາ ອາຊຽນ ຢູ່ Ottawa

(VOVWORLD) - ນີ້ແມ່ນເຫດການວັດທະນະທຳທຳອິດໂດຍສະຖານທູດຂອງ 7 ປະເທດ ອາຊຽນ ປະຈຳ Ottawa ຈັດຕັ້ງ.
ສັບປະດາ ຟິມຮູບເງົາ ອາຊຽນ ຢູ່ Ottawa - ảnh 1 ຟິມຮູບເງົາ ຫວຽດນາມ ໄດ້ສາຍໃນເຫດການ

ໃນບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967 – 2017), 40 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມເຈລະຈາ ອາຊຽນ - ການາດາ ແລະ 150 ປີແຫ່ງວັນສ້າງຕັ້ງ ສະຫະພັນ ການາດາ, ແຕ່ວັນທີ 12 – 26 ກັນຍາ, ຢູ່ນະຄອນຫຼວງ Ottawa ປະເທດ ການາດາ ໄດ້ຈັດຕັ້ງສັບປະດາຟີມຮູບເງົາ ອາຊຽນ 2017 ໂດຍຄະນະກຳມະການ ອາຊຽນ ປະຈຳ Ottawa ຈັດຕັ້ງ. ນີ້ແມ່ນເຫດການວັດທະນະທຳທຳອິດໂດຍສະຖານທູດຂອງ 7 ປະເທດ ອາຊຽນ ປະຈຳ Ottawa ຈັດຕັ້ງ.

        ຟິມຮູບເງົາ 7 ເລື່ອງທີ່ດີເດັ່ນຂອງ 7 ປະເທດ ອາຊຽນ ປະຈຳ ການາດາ ໄດ້ຖືກສາຍຢູ່ 2 ສະຖານທີ່ວັດທະນະທຳສາທາລະນະຢູ່ໃຈກາງນະຄອນຫຼວງ ນັ້ນແມ່ນ ໂຮງລະຄອນ Mayfair ແລະ ຫໍສະໝຸດ ສາທາລະນະ Ottawa. ຜ່ານບັນດາຟິມຮູບເງົາ, ແຕ່ລະປະເທດ ອາຊຽນ ມີເງື່ອນໄຂໂຄສະນາແນະນຳສີສັນ, ມູນເຊື້ອວັດທະນະທຳ, ສິລະປະຂອງຕົນ, ຜ່ານນັ້ນ ຊ່ວຍເພີ່ມທະວີການພົວພັນ, ແລກປ່ຽນວັດທະນະທຳ. ນອກຈາກນັ້ນ, ເຫດການວັດທະນະທຳນີ້ກໍ່ຊ່ວຍໃຫ້ຜູ້ຊົມຊາວ ການາດາ ເຂົ້າໃຈກ່ວາກ່ຽວກັບປະເທດຊາດ, ປະຊາຊົນ ແລະ ບັນດາພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ, ການຮ່ວມມື ແລະ ຊຸກຍູ້ວິວັດທະນາການຫຍັບມໍ່ເຂົ້າກັນກ່ວາລະຫວ່າງ 2 ຝັ່ງມະຫາສະໝຸດປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ