ສັບປະດາທະເລແລະໝູ່ເກາະຫວຽດນາມ: ຮ່ວມແຮງຮ່ວມໃຈປົກປັກຮັກສາສີຂຽວຂອງທະເລ

(VOVWORLD) -ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈປົກປັກຮັກສາສີຂຽວຂອງທະເລ”, ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ນະຄອນ ເກີມຝາ, ແຂວງກວາງນິງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກວາງນິງ ປຸກລະດົມສັບປະດາທະເລ ແລະ ໝູ່ເກາະຫວຽດນາມ, ການເຄື່ອນໄຫວຕອບສະໜອງວັນມະຫາສະມຸດໂລກ.
ສັບປະດາທະເລແລະໝູ່ເກາະຫວຽດນາມ: ຮ່ວມແຮງຮ່ວມໃຈປົກປັກຮັກສາສີຂຽວຂອງທະເລ - ảnh 1 (ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ)

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ ສະເໜີໃຫ້ 28 ແຂວງ, ນະຄອນທີ່ມີທະເລຂຶ້ນກັບສູນກາງ, ບັນດາທ້ອງຖິ່ນອື່ນໆໃນທົ່ວປະເທດ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມປົກປັກຮັກສາສິ່ງແວດລ້ອມ, ຮັກສາສີຂຽວຂອງທະເລ. ຢຶດໝັ້ນເດີນຕາມຫຼັກໝັ້ນລວມອາຊຽນ ກ່ຽວກັບເລື່ອງຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນ; ແກ້ໄຂບັນດາບັນຫາທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ… ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ, ກ່າວວ່າ.

      “ຫວຽດນາມ ຈະກາຍເປັນປະເທດນຳໜ້າຊຸກຍູ້ບັນດາຂໍ້ລິເລີ່ມ, ຂໍ້ຕົກລົງຮ່ວມມືສາກົນ ແລະ ເຂົ້າຮ່ວມການແກ້ໄຂບັນດາບັນຫາຂີ້ເຫຍື່ອທີ່ເປັນຢາງຢູ່ມະຫາສະມຸດ, ບັນເຂດທະເລຢູ່ພາກພື້ນອາຊີ ແລະ ມະຫາສະມຸດໃຫ້ເປັນຢ່າງດີ. ພວກເຮົາຈະມີບັນດຮູບແບບຢ່າງລະອຽດເພື່ອຜະລິດ ແລະ ຈຳໜ່າຍແບບຍືນຍົງ ເພື່ອແກ້ໄຂບັນຫາຂີ້ເຫຍື່ອເປັນຢາງ”.

ຕອບກັບ

ຂ່າວ/ບົດ​ອື່ນ